ຍ້ອງຍໍສັນລະເສີນ ບຸກຄົນດີເດັ່ນ 100 ຄົນໃນການບໍລິຈາກເລືອດ ປີ 2012
ທ່ານນາງລັດຖະມົນຕີ Nguyen Thi Kim Tien ມອບໃບຍ້ອງຍໍໃຫ້ບັນດາຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດປີ 2012
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ໂດຍສະເຫຼີມສະຫຼອງວັນໂລກ ເຊີດຊູຜູ້ບໍລິຈາກເລືອດ (14/6), ຕອນບ່າຍວັນທີ 10/6, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ສົມທົບກັບ ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໄດ້ຈັດຕັ້ງ ພິທີຍ້ອງບໍສັນລະເສີນ ຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດປີ 2012 100 ຄົນ. ກ່າວຄຳເຫັນນະພິທີ, ທ່ານນາງ Nguyen Thi Kim Tien, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈເນັ້ນໜັກວ່າ:
“ຜູ້ດີເດັ່ນ 100 ຄົນໃນມື້ນີ້ ປຽບເໝືອນດວງມາລາ ໃນສວນດອກໄມ້ແຫ່ງຄວາມຮັກແພງມະນຸດຂອງປະເທດຊາດຢ່າງແທ້ຈິງ. ທີ່ຕາງໜ້າໃຫ້ແກ່ປະຊາຊົນນັບລ້ານໆ ເທື່ອຄົນເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ຮ້ອຍໆຄອບຄົວໄດ້ເຂົ້າຮ່ວມການບໍລິຈາກເລືອດ. ບັນດາການກະທຳອັນສູງສົ່ງນັ້ນຂອງພວກອ້າຍ, ເອື້ອຍ ແລະ ຂອງພວກເພື່ອນ ຈະຊ່ວຍກູ້ເອົາຊີວິດໃຫ້ຄົນທີ່ເປັນພະຍາດອັນຕະລາຍ, ຊ່ວຍໃຫ້ຂະແໜງສາທາລະນະສຸກຫຼຸດຜ່ອນຄວາມຫຍຸ້ງຍາກ ຍ້ອນຂາດເລືອດ ຮັບໃຊ້ໃຫ້ແກ່ກໍລະນີສຸກເສີນ ແລະ ປິ່ນປົວ, ຍິ່ງໄປກ່ວານັ້ນການບໍລິຈາກເລືອດກູ້ເອົາຊີວິດ ກໍແມ່ນແບບຢ່າງ ກ່ຽວກັບຄວາມຮັກແພງມະນຸດຢູ່ປະເທດພວກເຮົາອີກດ້ວຍ”