ຍ້ອງຍໍສັນລະເສີນພະນັກງານ,ນັກຮົບປ້ອງກັນຊາຍແດນເຂດໄຕບັກ

ຍ້ອງຍໍສັນລະເສີນພະນັກງານ,ນັກຮົບປ້ອງກັນຊາຍແດນເຂດໄຕບັກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
photo:qdnd.vn


(vovworld) ຕອນ​ເຊົ້າ​ວັນ​ທີ 24/2 ຢູ່ ​ແຂວງ ​ແທງ​ຮວາ, ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຫວຽດນາມ) ​ໄດ້​ຈັດ​​ກອງ​ປະຊຸມ​ຍ້ອງຍໍ​ສັນລະ​ເສີນ​ພະນັກງານ, ນັກຮົບ​ດີ​ເດັ່ນ​ຂອງ​ບັນດາ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ຢູ່​ເຂດ ​ໄຕ​ບັກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວຫນ້າ​ຄະນະ​ຊີ້​ນຳ​​ເຂດ​ໄຕ​ບັກ ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາ​ມສຳຄັນ​ຂອງ​ວຽກ​ງານ​ປ້ອງ​ກັນຊາ​ຍ​ແດນ ພ້ອມ​ທັງ​ຍ້ອງຍໍ​ສັນລະ​ເສີນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ພະນັກງານ, ນັກຮົບບັນດາ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ເຂດ​ໄຕ​ບັກ ​ເວົ້າ​ສະ​ເພາະ ​ແລະ ກຳລັງ​ປ້ອງກັນຊາ​ຍ​ແດນ​ທົ່ວ​ປະ​ເທດ​ເວົ້າ​ລວມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີ ພະນັກງານ,​ ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ເຂດ​ໄຕ​ບັກ ສືບ​ຕໍ່​ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຢ່າງ​ດີ​ເດັ່ນ, ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນຄົງ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ