ຍາມໃດ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານ Kenneth Juster
(vovworld) – ຕອນບ່າຍວັນທີ 10/7, ທີ່ການຕ້ອນຮັບທ່ານ Kenneth Juster, ອະດີດຮອງລັດຖະມົນຕີກະຊວງການຄ້າ ອາເມລິກາ ແລະ ປະຈຸບັນແມ່ນຜູ້ອຳນວຍການບໍລິຫານຂັ້ນສູງທົ່ວໂລກຂອງກອງທຶນລົງທຶນ Warburg Pincus, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຫວັງວ່າ: ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານ Kenneth Juster ຈະມີຜົນກະທົບເຖິງວົງການເຈົ້າໜ້າທີ່, ບັນດາວິສາຫະກິດ ອາເມລິກາ ສະໜັບສະໜູນ ຫວຽດນາມ ໃນການເຈລະຈາສັນຍາຄູ່ຮ່ວມມືການຄ້າຂ້າມປາຊີຟິກ (TPP). ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຊົມເຊີຍ, ຕ້ອນຮັບ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ ໃນນັ້ນມີບັນດານັກລົງທຶນ ອາເມລິກາ ເຂົ້າມາຊອກຫາກາລະໂອກາດ, ການຮ່ວມມືລົງທຶນ, ທຳມາຄ້າຂາຍຢ່າງຍາວນານຢູ່ ຫວຽດນາມ, ຫວຽດນາມ ຖືຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດ ກໍ່ແມ່ນຜົນສຳເລັດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຊື່ອໝັ້ນວ່າ: ຈາກການລົງທຶນເປັນຄັ້ງທຳອິດເຂົ້າກຸ່ມບໍລິສັດ Vingroup (ຂອງ ຫວຽດນາມ) ຈະເປີດບັນດາການລົງທຶນຂອງກອງທຶນລົງທຶນ Warburg Pincus ຢູ່ ຫວຽດນາມ.
ທ່ານ Kenneth Juster ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຊິ່ງໄດ້ສະຫຼະເວລາ ຕ້ອນຮັບ ແລະ ຫວັງວ່າລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ Warburg Pincus ເວົ້າສະເພາະ ກໍ່ຄືບັນດານັກລົງທຶນຂອງ ອາເມລິກາ ເວົ້າລວມເຂົ້ມມາຮ່ວມມືລົງທຶນ ແລະ ທຳມາຄ້າຂາຍຢ່າງຍາວນານຢູ່ ຫວຽດນາມ.