ຍູ້ແຮງການກວດກາຫລຸດຜ່ອນແລະຫັນລະບຽບການບໍລິຫານໃຫ້ງ່າຍດາຍ
(VOVWORLD) -ຕອນເຊົ້າວັນທີ 8 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດສະຫລຸບວຽກງານປະຕິຮູບດ້ານບໍລິຫານປີ 2017, ຜັນຂະຫຍາຍຫນ້າທີ່ປີ 2018 ຂອງຄະນະຊີ້ນຳການປະຕິຮູບດ້ານບໍລິຫານຂອງລັດຖະບານ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:chinhphu.vn
|
ທ່ານເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີປະຈຳການລັດຖະບານໄດ້ ສະເຫນີສືບຕໍ່ເສີມຂະຫຍາຍບົດບາດຂອງຜູ້ນຳຫນ້າ, ສ້າງການຫັນປ່ຽນຄວາມຮັບຮູ້ໃນລະບົບການເມືອງ ແລະ ກົງຈັກລັດ. ພ້ອມທັງ ສະຫນິດຕິດພັນວຽກງານການປະຕິຮູບດ້ານບໍລິຫານຂອງບັນດາກະຊວງ, ຂະແຫນງການ ກັບບັນດາທ້ອງຖິ່ນຢ່າງແຫນ້ນແຟ້ນ ເພື່ອຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບໃນການປະຕິຮູບດ້ານບໍລິຫານຂອງແຕ່ລະຂະແຫນງ, ແຕ່ລະຂົງເຂດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເຫນີ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນການປະຕິບັດກົດໝາຍ, ຈຸດສຸມແມ່ນສ້າງລະບອບນະໂຍບາຍເສດຖະກິດການຕະຫລາດ, ການຄຸ້ມຄອງລັດຖະກອນ, ລະບອບນະໂຍບາຍກ່ຽວຂ້ອງເຖິງວິສາຫະກິດໃຫ້ສົມບູນແບບ. ຍູ້ແຮງການກວດກາຫລຸດຜ່ອນ ແລະ ຫັນລະບຽບການບໍລິຫານໃຫ້ງ່າຍດ່າຍ, ເພີ່ມທະວີການປະຕິບັດວິໄນໃນວິວັດການປະຕິບັດຫນ້າທີ່ຂອງຖັນແຖວພະນັກງານ, ລັດຖະກອນ.