ຍູ້ແຮງການພົວພັນລະ ຫວ່າງທ້ອງຖິ່ນຕ່າງໆ ຂອງຫວຽດນາມ-ມົງໂກນ
ປະທານາທິບໍດີມົງໂກນເຂົ້າຮ່ວມເວທີປາໄສວິສາຫະກິດ
(ພາບ: TTXVN )
(vovworld)- ຕອນບ່າຍວັນທີ 24/11, ທ່ານເລຮ່ວາງກວນ ປະທານຄະນະກຳມະການ ປຊຊ ນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບ ປະທານາທິບໍດີ ມົງໂກນ Tsakhiagiin Elberdoji ພ້ອມດ້ວຍຄະນະການນຳຂັ້ນສູງມົງໂກນ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານເລຮ່ວາງກວນ ຢືນຢັນວ່າ ນະຄອນໂຮ່ຈິມິນ ຈະມານະພະຍາຍາມປະກອບສ່ວນປະຕິບັດ, ຜັນຂະຫຍາຍປະຕິບັດບັນດາສັນຍາ, ຂໍ້ຕົກລົງທີ່ຫາກໍ່ໄດ້ລົງນາມລະຫວ່າງການນຳຂັ້ນສູງສອງປະເທດຢ່າງມີປະສິດທິຜົນ ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດນະຄອນສາມາດພົບປະ, ຊຸກຍູ້ການຮ່ວມມືກັບບັນດາວິສາຫະກິດມົງໂກນ.
ສ່ວນ ປະທານາທິບໍດີ ມົງໂກນ Tsakhiagiin Elberdoji ຊົມເຊີຍຄຳເຫັນຮ່ວມມືແຮກສ່ຽວລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງອູລານບາຕໍ ແລະ ຢືນຢັນວ່າ: ການນຳນະຄອນຫຼວງອູລານບາຕໍ ກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືແຮກສ່ຽວກັບນະຄອນໂຮ່ຈິມິນ ໃນຫຼາຍຂົງເຂດ. ຍາມໃດມົງໂກນ ກໍ່ຕ້ອນຮັບ, ແບ່ງປັນກັບບັນດາການນຳ, ວິສາຫະກິດຂອງນະຄອນໂຮ່ຈິມິນ ແລະ ຫວຽດນາມ.