ຍູ້ແຮງການຮ່ວມມືເສດຖະກິດ,ການຄ້າ,ວັດທະນະທຳຫວຽດນາມ-ອົດສະຕາລີ
(vovworld) - ຢູ່ Sydney ແຕ່ວັນທີ 9-12/2, ສະຖານກົງສູນໃຫຍ່ຫວຽດນາມ ຢູ່ Perth ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຊຸກຍູ້ການເພີ່ມທະວີການພົວພັນເສດຖະກິດ, ການຄ້າ ແລະ ການຮ່ວມມືແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ເຂດອົດສະຕາລີເຫນືອ. ທີ່ການພົບປະຄັ້ງຕ່າງໆກັບທ່ານ ເລວຽດຢວຽນ, ຫົວຫນ້າກົງສູນໃຫຍ່ຫວຽດນາມ, ການນຳບັນດາກະຊວງ, ຂະແຫນງການກ່ຽວຂ້ອງຢູ່ເຂດ ອົດສະຕາລີເຫນືອ ໄດ້ເນັ້ນຫນັກເຖິງຄວາມປາດຖະຫນາຢາກຍູ້ແຮງການຮ່ວມມືກັບຫວຽດນາມ, ພິເສດ ໃນບັນດາຂົງເຂດຄື: ການສຶກສາ, ພັດທະນາກະສິກຳ, ການກໍ່ສ້າງ, ລົງທຶນ, ຂຸດຄົ້ນນຳ້ມັນ ແລະ ອາຍແກສ, ຊຸກຍູ້ການພົວພັນແຮກສ່ຽວລະຫວ່າງ ອົດສະຕາລີເຫນືອ ແລະ ບັນດາທ້ອງຖິ່ນຂອງຫວຽດນາມກວ່າອີກ. ຫົວຫນ້າກົງສູນໃຫຍ່ ເລວຽດຢວຽນ ໄດ້ສະເຫນີ ຝ່າຍອົດສະຕາລີເຫນືອ ສົມທົບກັບຫວຽດນາມ ຈັດຕັ້ງລາຍການສະແດງສິລະປະວັດທະນະທຳ, ເຊື່ອມຕໍ່ວັດທະນະທຳ ໄຕງວຽນ ກັບວັດທະນະທຳ ອົດສະຕາລີເຫນືອ ໃນບັນດາງານບຸນປະຈຳປີຂອງທ້ອງຖິ່ນໃນໄລຍະຈະມາເຖິງ.