ດ່ານັງກະກຽມງານປະກວດຍິງ ບັ້ງໄຟດອກສາກົນ

ດ່ານັງກະກຽມງານປະກວດຍິງ ບັ້ງໄຟດອກສາກົນ - ảnh 1

(ພາບ: tinmoi.vn)

(vovworld)- ນະຄອນ​ທະ​ເລ​ດ່າ​ນັງ ທາງ​ພາກ​ກາງ​ຫວຽດນາມ ພວມ​ຮີບ​ເຮັ່ງ​ກະກຽມ ​ໃຫ້​ແກ່ງານ​ປະ​ກວດ​ຍິງ​ບັ້ງ​ໄຟ​ດອກ​ສາກົນຄັ້ງທີ 6 ຊື່​ງຈະ​ດຳ​ເນີນ​ໃນ​ວັນ​ທີ 29 ​ແລະ 30/4 ທີ່​ຈະ​ມາ​ເຖິງ. ຫົວ​ເລື່ອງ​ຂອງ​ງານ​ປະ​ກວດຍິງ​ບັ້ງ​ໄຟ​ດອກ​ສາກົນປີ​ນີ້​ແມ່ນ “ຄວາມ​ຮັກ​ແພງ​​ແມ່ນ້ຳຮ່າ​ນ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 5 ທິມ: ລັດ​ເຊຍ, ອີ​ຕາ​ລີ, ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ທ່ານ​ເຈິ່ນກວາງ​ແທງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະ, ກິລາ ​ແລະ ການທ່ອງທ່ຽວ​ນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ:

   “ທຸກໆ​ຂະ​ແໜງ​ການ, ຂັ້ນຕ່າງໆ​ລ້ວນ​ແຕ່​ໄດ້​ກວດກາ​​ໜ້າ​ທີ່​ຂອງ​ຕົນ​ຕາມ​ທິດ​ຫລຸດຜ່ອນ​ຄ່າ​ໃຊ້​ຈາ​ຍ​ໃນງົບປະມານ, ​ເພີ່ມ​ທະວີ​ການ​ຫັນ​ເປັນ​ວຽກ​ງານ​ຂອງ​ສັງຄົມ ​​ແຕ່​ຍັງ​ສາມາດ​ຮັບປະກັນ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບ​ໃນ​ງານ​ປະ​ກວດ. ບັນດາ​ນັກ​ສິລະ​ປິນດ່າ​ນັງ ຈະ​ເຂົ້າຮ່ວມ​ລາຍ​ການສະ​ແດງ​ສິລະ​ປະ​ໃນ​ງານ​ປະກວດຄັ້ງນີ້

 

 

 

ຂ່າວ/ບົດ​ອື່ນ