ຕິດຕາມກວດກາການປະຕິບັດນະໂຍບາຍກົດໝາຍກ່ຽວກັບຊາວໜຸ່ມ ແລະ ເດັກນ້ອຍ

ຕິດຕາມກວດກາການປະຕິບັດນະໂຍບາຍກົດໝາຍກ່ຽວກັບຊາວໜຸ່ມ ແລະ ເດັກນ້ອຍ - ảnh 1
(ພາບປະກອບ)
(vovworld) -  ຕອນ​ເຊົ້າ​ວັນ​ທີ 10/05, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ວັດທະ​ນະ​ທຳ, ສຶກສາ​ຊວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ​ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ໄດ້​ດຳ​ເນີນ​ການ​ຕິດຕາມ​ກວດກາ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ປະຕິບັດນະ​ໂຍບ​າຍກົດໝາຍ​ກ່ຽວ​ກັບ​ຊາວ​ໜຸ່ມ ​​ແລະ ​ເດັກນ້ອຍ ​ແຕ່​ປີ 2008 ຮອດ​ປີ 2010 ຂອງ 4 ກະຊວງ​ຄື: ກະຊວງ​ພາຍ​ໃນ, ກະຊວງຕຳຫລວດ, ກະຊວງຍຸດຕິ​ທຳ ​ແລະ ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ. ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ຕິດຕາມ​ກວດກາ​ລວມມີ​ການ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່ ຄົ້ນຄວ້າ​ສ້າງ​ຮູບ​​ແບບການ​ຄຸ້ມ​ຄອງ, ສຶກສາ​ອົບຮົມເດັກ​ນ້ອຍທີ່​ລະ​ເມີດ​ກົດໝາຍ​​ໃນວົງຄະນະຍາດ; ສ້າງ​ທົດ​ລອງ​ຮູບ​ແບບ​ບາງ​ຮາກ​ຖານ​ສະໜອງ​ການ​ບໍລິການ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້​ແທດ​​ເໝາະ​ກັບ​ແຕ່​ລະ​ກຸ່ມ​ເປົ້າ​ໝາຍ​ທີ່​ມີ​ສະພາບ​ພິ​ເສດ ​ແລະ ຄົ້ນຄວ້າ​ຮູບ​ແບບ​ລະບົບ​ຍຸດຕິທຳ​ທີ່​​ໃກ້ຊິດ​ສະໜິດສະໜົມ​ທີ່​ມີ​ຕໍ່​ເດັກນ້ອຍ. ຄະນະ​ຕິດຕາມ​ກວດກາ​ໄດ້​ເຫັນ​ດີ​ກັບ​ບົດ​ລາຍ​ງານ​ຂອງ​ບັນດາ​ກະຊວງ​ໃນ​ການ​ເຮັດ​ວຽກ, ຕາມ​ແຕ່ລະ​ບົດບາດ​ໜ້າ​ທີ່, ສ່ວນ​ຫຼາຍ​ບັນດາ​ກະຊວງ​ໄດ້​ປະຕິບັດ​ນະ​ໂຍບ​າຍກົດໝາຍ​ກ່ຽວ​ກັບຊາວ​ໜຸ່ມ ​​ແລະ ​ເດັກນ້ອຍ​ເປັນ​ຢ່າງ​ດີ. ທີ່​ການ​ເຮັດ​ວຽກ, ຄະນະ​ຕິດຕາມ​ກວດກາ​ກໍ​ສະ​ເໜີ​ໃຫ້​ບັນດາ​ກະຊວງ​ຍົກ​ອອກ​ທັດສະນະ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ສ້າງ​ຕັ້ງ​ສານ​ແກ້ໄຂບັນຫາຄອບຄົວ ​ແລະ ສານ​ສຳລັບ​ຜູ້​ທີ່​ຍັງ​ບໍ່​ທັນ​ເຖິງ​​ກະສຽນອາຍຸ ​ເພື່ອ​ໃຫ້​ຄະນະ​ກຳມະການ​ລອບ​ລວມບົດ​ລາຍ​ງານຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ຄັ້ງທີຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ