ຕົ້ນອາທິດໜ້າ, ສະມາຊິກໃນລັດຖະບານ 4 ທ່ານ ຈະຕອບຄຳຊັກຖາມໃນສະພາແຫ່ງຊາດ

ຕົ້ນອາທິດໜ້າ, ສະມາຊິກໃນລັດຖະບານ 4 ທ່ານ ຈະຕອບຄຳຊັກຖາມໃນສະພາແຫ່ງຊາດ - ảnh 1

ທ່ານ ຫງວຽນ​ແຫ້ງ​ຝຸກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ
(ພາບ: ອິນເຕີແນດ)

​(vovworld) – ຕົ້ນ​ອາທິດ​ໜ້າ, ສະມາຊິກ​ໃນ​ລັດຖະບານ 4 ທ່ານ ຈະ​ຕອບ​ຄຳ​ຊັກ​ຖາມ​ໃນ​ສະພາ​ແຫ່ງ​ຊາດ, ນັ້ນ​ແມ່ນ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ນ, ທ່ານ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ, ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ບັກ​ຊອນ, ທ່ານ​ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ນ. ຫຼັງ​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຈະ​ຕອບ​ຊັກ​ຖາມ​ບັນຫາຕ່າງໆ ​ເຊິ່ງບັນດາ ສສຊ ມີ​ຄວາມ​ສົນ​ໃຈໂດຍ​ກົງ. ຄາດ​ວ່າວາລະ​ຊັກ​ຖາມຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 19-21/11.

ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ຜູ້​ຕອບ​ຄຳ​ຊັກ​ຖາມ, ທ່ານ ຫງວຽນ​ແຫ້ງ​ຝຸກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

​ເມື່ອ​ເລືອກ​ເຝັ້ນ​ບັນດາ​ລັດຖະມົນຕີ​ຕອບ​ຄຳ​ຊັກ​ຖາມ ​ແມ່ນ​ອີງ​ບົນ​ພື້ນຖານ​ບັດ​ຂໍ​ຄວາມ​ເຫັນ​ຂອງ​ບັນດາ ສສຊ. ທີ​ສອງ​ແມ່ນ ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ. ທີ​ສາມ​ແມ່ນ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ລັດຖະມົນຕີ​ບໍ່​ທັນ​ມີ​ໂອກາດ​ຕອບ​ຊັກ​ຖາມ​ນັບ​ແຕ່​ຕົ້ນ​ອາຍຸ​ການ​ມາ​ຮອດ​ປະຈຸ​ບັນ“.

ຕາມທ່ານ ຫງວຽນ​ແຫ້ງ​ຝຸກ ​ແລ້ວ, ວາລະ​ຊັກ​ຖາມ​ຄັ້ງ​ນີ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ:

ກ່ຽວ​ກັບ​ເວລາ​ຊັກ​ຖາມ​ໃນ​ຄັ້ງ​ນີ້​ແມ່ນ 3 ວັນ, ​ໃນ​ນັ້ນ​ມີວາລະ​ໜຶ່ງ​ຮອງ​ນາຍົກລັດຖະມົນຕີຈະລາຍງານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ທີ 4 ​ແລະ ທີ 5. ຫຼັງ​ຈາກ​ນັ້ນ, ບັນດາ ສສຊ ຈະ​ປຶກສາ​ຫາ​ລື​ຢູ່​ຫໍ​ປະຊຸມ“.

ກ່ຽວ​ກັບ​ເນື້ອ​ໃນ​ການຊັກ​ຖາມ, ທ່ານ ຫງວຽນ​ແຫ້ງ​ຝຸກ ​ໃຫ້​ຮູ້​ວ່າ ມີ​ຫຼາຍຄຳ​ຖາມ​ຂອງ ສສຊ ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສື່ສານ, ຂ່າວສານ, ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ອິນ​ເຕີ​ແນ​ດ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດ, ສະພາບ​ການ​ຕັດສິນ​ລົງ​ໂທດ​ບໍ່​ຖືກຕ້ອງ​ຂອງ​ສານ, ການ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ຂະ​ແໜງ​ສານ, ບັນຫາ​ເສດຖະກິດ - ສັງຄົມ...

 

ຂ່າວ/ບົດ​ອື່ນ