ນັກຂ່າວ Luke Somers
ພາບ:AP
|
(vovworld)-ວັນທີ 6/12, ບັນດາສະມາຊິກເຄືອຂ່າຍກໍ່ການຮ້າຍສາກົນ Al Qaeda ຢູ່ Yemen ໄດ້ຍິງຕາຍນັກຂ່າວ Luke Somers ຊື່ງແມ່ນຊາວອາເມລິກາ ຖືກກຳລັງດັ່ງກ່າວຈັບເປັນຕົວປະກັນເມື່ອປີ 2013. ການສັງຫານ ແມ່ນໄດ້ປະຕິບັດພາຍຫລັງກອງທັບອາເມລິກາ ແລະ Yemen ເປີດບັ້ນຮົບການທະຫານຮ່ວມ ເລັ່ງໃສ່ທາງທິດໃຕ້ແຂວງ Shabwa ເພື່ອກູ້ເອົາຊີວິດໃຫ້ແກ່ນັກຂ່າວນີ້. ປະທານາທິບໍດີ ອາເມລິກາ B. Obama ໄດ້ກ່າວປະນາມຢ່າງແຮງຕໍ່ເລື່ອງ Al Qaeda ໄດ້ສັງຫານຕົວປະກັນ Luke Somers ແລະ ໝັ້ນໝາຍວ່າ: ຈະຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງອາເມລິກາ ບໍ່ວ່າພວມຢູ່ບ່ອນໃດ.