ຖານທີ່ໝັ້ນຂອງ ອີຣັກທີ່ມີ ທະຫານ ອາເມລິກາ ຕັ້ງທັບຖືກບຸກໂຈມຕີດ້ວຍລູກສອນໄຟ
(VOVWORLD) -ສ່ືມວນຊົນຢູ່ພາກພື້ນໃຫ້ຮູ້ວ່າ ບັນດາສ່ວນປະກອບຂອງລູກສອນໄຟໄດ້ຕົກຢູ່ໃກ້ກັບຖານທີ່ໝັ້ນ Al-Qayyarah ແລະ ຢັ້ງຢືນວ່າເຫດບຸກໂຈມຕີບໍ່ເຮັດໃຫ້ຜູ້ໃດຖືກເສຍຊີວິດ ຫຼືສ້າງຄວາມເສຍຫາຍດ້ານວັດຖຸ.
ຕາມແຫຼ່ງຂ່າວຄວາມໝັ້ນຄົງ ໃຫ້ຮູ້ວ່າ, ໃນວັນທີ 1 ກຸມພາ, ມີ ລູກສອນໄຟຈຳນວນໜຶ່ງ ໄດ້ຍິງໃສ່ຖານທີ່ໝັ້ນທາງອາກາດ Al-Qayyarah ຂອງ ອີຣັກ, ເຊິ່ງເປັນສະຖານທີ່ຕັ້ງທັບຂອງ ບັນດາກຳລັງທະຫານອາເມລິກາ, ແຕ່ບໍ່ປະກາດກ່ຽວກັບຈຳນວນຜູ້ເສຍຊີວິດ. ມາຮອດປັດຈຸບັນ, ຍັງບໍ່ມີກຸ່ມປະກອບອາວຸດໃດກ່າວ ຮັບຜິດຊອບກ່ຽວກັບບັນດາເຫດບຸກໂຈມຕີດ້ວຍລູກສອນໄຟໃສ່ຖານທີ່ໝັ້ນ Al-Qayyarah, ກໍ່ຄືບັນດາເຫດບຸກໂຈມຕີຄ້າຍຄືກັນ ໃສ່ຖານທີ່ໝັ້ນຢູ່ Anbar, Salahuddin, Kirkuk ແລະ Baghdad ຂອງ ອີຣັກ.