ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ ຈະໄປຢ້ຽມຢາມ ສ.ເກົາຫຼີ

(VOVWORLD) -ການພົບປະຄັ້ງນີ້ ຈະປຶກສາຫາລືກ່ຽວກັບຄວາມມານະພະຍາຍາມລວມຂອງສອງຝ່າຍ ເພື່ອແນໃສ່ບັນລຸໄດ້ການສ້າງແຫຼມເກົາຫຼີປອດນິວເຄຼຍ, “ໃນນັ້ນມີບັນດາໂຄງການຮ່ວມມືລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ”.

ວັນທີ 18 ທັນວາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ໃນລະຫວ່າງວັນທີ 19 – 21 ທັນວາ, ທ່ານ Stephen Biegun ທູດພິເສດ ຮັບຜິດຊອບກ່ຽວກັບນະໂຍບາຍຂອງ ສປປ.ເກົາຫຼີ ສັງກັດກະຊວງການຕ່າງປະເທດ ອາເມລິກາ ຈະເດີນທາງໄປຢ້ຽມຢາມ ສ.ເກົາຫຼີ ເພື່ອແນໃສ່ສົມທົບກັບ ເຊີອູນ ໃນການຊຸກຍູ້ການຍົກເລີກໂຄງການອາວຸດນິວເຄຼຍຂອງ ພຽງຢາງ. ຕາມແຈ້ງການແລ້ວ, ຄາດວ່າ ທ່ານ Biegun ຈະມີການພົບປະກັບທ່ານ Lee Do-hoon ຫົວໜ້າຄະນະເຈລະຈາ 6 ຝ່າຍ ກ່ຽວກັບບັນຫານິວເຄຼຍ ຂອງ ສປປ.ເກົາຫຼີ ປະຈໍາ ກະຊວງການຕ່າງປະເທດ ສ.ເກົາຫຼີ ແລະ ເຈົ້າໜ້າທີ່ຫຼາຍທ່ານ. ທ່ານ Biegun ແລະ ທ່ານ Lee Do-hoon ຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຂອງ ກຸ່ມປະຕິບັດງານລວມ, ເຊິ່ງໄດ້ເລີ່ມເຄື່ອນໄຫວມາແຕ່ເດືອນ ພະຈິກ ເພື່ອແນໃສ່ໜູນຊ່ວຍການຮ່ວມມືທີ່ມີປະສິດທິຜົນກ່ຽວກັບບັນຫາ ສປປ.ເກົາຫຼີ. ການພົບປະຄັ້ງນີ້ ຈະປຶກສາຫາລືກ່ຽວກັບຄວາມມານະພະຍາຍາມລວມຂອງສອງຝ່າຍ ເພື່ອແນໃສ່ບັນລຸໄດ້ການສ້າງແຫຼມເກົາຫຼີປອດນິວເຄຼຍ, “ໃນນັ້ນມີບັນດາໂຄງການຮ່ວມມືລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ”.


ຕອບກັບ

ຂ່າວ/ບົດ​ອື່ນ