ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີໄດ້ໄປDamascusໂດຍບັງເອີ້ນ

ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີໄດ້ໄປDamascusໂດຍບັງເອີ້ນ - ảnh 1
ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊີ​ຣີ ທ່ານ Staffan de Mistura
(ພາບ​ປະ​ກອບ: baomoi)

(vovworld) –​ ​ຄ່ຳ​ຄື​ນ​ວັນ​ທີ 15/02 ຕາມ​ເວ​ລາ​ທ້ອງ​ຖິ່ນ, ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊີ​ຣີ ທ່ານ Staffan de Mistura ໄດ້​​ໄ​ປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ Damascus ຂອງ​ຊີ​ຣີ ໂດຍ​ບັງ​ເອີ້ນ. ຕາມ​ແຜນ​ການ, ທ່ານ Mistura ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ Walis al Muallem ໃນ​ວັນ​ທີ 16/02 ເພື່ອ​ປຶກ​ສາ​ຫາ​ລື​ການ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ຊີ​ຣີ ຢູ່​ເຊ​ີ​ແນວ, ປະ​ເທດ​ສະ​ວິດ ໃນ​ວັນ​ທີ 25/02 ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ບັນ​ດາ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​​ເປັ​ນລະ​ບຽບ​ການ. ການ​ຢ້ຽ​ມ​ຢາມ​ຂອງ​ທູດ​ພິ​ເສດ Mistura ຖືກ​ດຳ​ເນີນ​ພາຍ​ຫຼັງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ​ຮຽກ​ຮ້ອງ​ການ​ຢຸດ​ຍິງ ແລະ ຜັນ​ຂ​ະ​ຫຍາຍ​ວຽກ​ງານ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃນ​ທົ່ວ​​ປະ​ເທດຊີ​ຣີ.

ຂ່າວ/ບົດ​ອື່ນ