ທູດພິເສດດ້ານນິວເຄຼຍ ຂອງຈີນ ໄປສປປ.ເກົາຫຼີ

ທູດພິເສດດ້ານນິວເຄຼຍ ຂອງຈີນ ໄປສປປ.ເກົາຫຼີ - ảnh 1
ທ່ານ ວູຕາຍ​ອວຍ, ທູດ​ພິ​ເສດຂອງຈີນ
ທີ່​ຮັບຜິດຊອບ​ການ​ເຈລະຈາ 6 ຝ່າຍ
(ພາບອີນເຕີແນດ)


(vovworld) -     ວັນ​ທີ 26 ສິງຫາ, ທູດ​ພິ​ເສດຂອງຈີນ ທີ່​ຮັບຜິດຊອບ​ການ​ເຈລະຈາ 6 ຝ່າຍ, ທ່ານ ວູຕາຍ​ອວຍ ​ໄດ້​​ໄປ​ຍັງ​ນະຄອນຫຼວງ ພຽງ​ຢາງ, ປະ​ເທດ ສປປ.​ເກົາຫຼີ. ​ແຕ່​ວ່າ, ຈຸດໝາຍ ​ແລະ ​ເວລາ​​ຢ້ຽມຢາມ ​ສປປ.​ເກົາ​ຫຼີ ຂອງ​ທ່ານ ວູຕາຍ​ອວຍ ບໍ່ໄດ້​ແຈ້ງກ່ອນ. ຄາດ​ວ່າ, ທ່ານ ວູຕາຍ​ອວຍ ອາດ​ຈະ​ເຈລະຈາ​ກັບ​ທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຜູ້​ທີ​ໜຶ່ງ ​ແລະ ທູດ​ພິ​ເສດ​ຂອງ ສປປ.​ເກົາຫຼີ ຜູ້​ຮັບຜິດຊອບ​ບັນຫາ​ນິວ​ເຄຼຍ, ທ່ານ Kim Kye Gwan ​ແລະ ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ri Yong Ho. ການ​ຢ້ຽມຢາມ​ໂດຍ​ບໍ່​ແຈ້ງ​ກ່ອນ​ເຖິງ ສປປ.​ເກົາ​ຫຼີ ຂອງ​ທ່ານ ວູຕາຍ​ອວຍ ​ໄດ້​ດຳ​ເນີນ​ໄປ​ກ່ອນ​ຈຸດ​ເວລາ​ສະ​ເຫຼີມສະຫຼອງ 10 ປີ​ແຫ່ງ​ການ​ເຈລະຈາ​ດ້ານ​ນິວ​ເຄຼຍຫຼາຍ​ຝ່າຍທີ່​ເຄີຍຖືກ​ຢຸດ​ສະ​ງັກ​ແຕ່​ທ້າຍ​ປີ 2008. ຫາງ​ສຽງ​ພາກ​ພື້ນ​ຖື​ວ່າ ນີ້​ແມ່ນ​ເຫດການ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາຄວາມ​ມານະ​ພະຍາຍາມ​ຂອງ​ປັກ​ກິ​ງ ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ ​ເຊິ່ງຖືກ​​ແນ​ໃສ່​ໄກ່​ເກ່ຍໃຫ້​ພຽງ​ຢາງ ປະລະ​​ໂຄງການນິວ​ເຄຼຍ ຂອງ​ຕົນ.
ຂ່າວ/ບົດ​ອື່ນ