ທົ່ວປະເທດມີ1.121ຄົນໄດ້ເຂົ້າບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ

ທົ່ວປະເທດມີ1.121ຄົນໄດ້ເຂົ້າບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ - ảnh 1
ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3
ພາບ:baochinhphu.vn

(vovworld)- ​ ​ ​ໄລ່​ມາ​ຮອດ​ວັນ​ທີ 17/4, ບັນ​ດາ​ອົງ​ການ​ສູນ​ກາງ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ຄັ້ງ​ທີ 3, ສ້າງ​ບັນ​ຊີ​ລ​າ​ຍ​ຊື່​ຜູ້​ມີ​ມາດ​ຕະ​ຖານ​ຢ່າງ​ຄົບ​ຖ້ວນ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016-2021. ຕາມນັ້ນ​ແລ້ວ, ທົ່ວ​ປະ​ເທດ​ມີ 1.121 ຄົນ​ໄດ້​ເຂົ້າ​ບັນ​ຊີ​ລາຍ​ຊື່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ພາຍ​ຫລັງ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3. ຢູ່​ສູນ​ກາງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ມີ 197 ຄົນ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV. ສ່ວນ​ຢູ່ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ໄດ້​ມີ 735 ຄົນ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ 6.462 ຄົນ​ໄດ້​ເຂົ້າ​ບັນ​ຊີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ. ພາຍ​ຫລັງ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3, ບັນ​ດາ​ອົງ​ການ, ຫົວ​ຫນ່ວຍ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ຫາ​ສຽງ​ເລືອກ​ຕັ້ງ, ​ແລະ​ວັນ​ທ​ີ 27/4/2016 ແມ່ນເລີ່ມ​ ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ.

 

 

ຂ່າວ/ບົດ​ອື່ນ