ທົ່ວ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຈັດ​ພິ​ທີ​ເຊັນສົນ​ທິສັນ​ຍາ ສ​ປ​ຊ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ທາ​ງ​ອິນ​ເຕີ​ເນັດ ໃຫ້​ສຳ​ເລັດ​ຢູ່​ຮ່າ​ໂນ້ຍ

(VOVWORLD) - ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສົມທົບກັບ ຄະນະຜູ້ຕາງໜ້າອົດສະຕາລີ ແລະ ຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສັບຕິດ ແລະ ອາດຊະຍາກຳ (UNODC) ຮ່ວມເປັນປະທານການໂອ້ລົມສົນທະນາ “ມຸ່ງໄປເຖິງຮ່າໂນ້ຍ: ພິທີເຊັນສົນທິສັນຍາຂອງ ສປຊກ່ຽວກັບອາດຊະຍາກຳທາງອິນເຕີເນັດ ”.
ທົ່ວ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຈັດ​ພິ​ທີ​ເຊັນສົນ​ທິສັນ​ຍາ ສ​ປ​ຊ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ທາ​ງ​ອິນ​ເຕີ​ເນັດ ໃຫ້​ສຳ​ເລັດ​ຢູ່​ຮ່າ​ໂນ້ຍ - ảnh 1ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: VOV)

ວັນທີ 19 ກຸມພາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສົມທົບກັບ ຄະນະຜູ້ຕາງໜ້າອົດສະຕາລີ ແລະ ຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສັບຕິດ ແລະ ອາດຊະຍາກຳ (UNODC) ຮ່ວມເປັນປະທານການໂອ້ລົມສົນທະນາ “ມຸ່ງໄປເຖິງຮ່າໂນ້ຍ: ພິທີເຊັນສົນທິສັນຍາຂອງ ສປຊກ່ຽວກັບອາດຊະຍາກຳທາງອິນເຕີເນັດ ”. ເຫດການດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 100 ທ່ານທີ່ມາຈາກບັນດາປະເທດສະມາຊິກ ສປຊ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຂອບໃຈທຸກໆປະເທດທີ່ສະໜັບສະໜູນການເລືອກເອົາຮ່າໂນ້ຍ ແມ່ນສະຖານທີ່ຈັດຕັ້ງພິທີເຊັນສົນທິສັນຍາຢູ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊໃນເດືອນທັນວາ ປີ 2024, ພ້ອມທັງຢັ້ງຢືນ ຫວຽດນາມ ຈະສືບຕໍ່ສົມທົບກັບ UNODC, ຫ້ອງວ່າການນິຕິກຳ ສປຊ (OLA) ແລະ ບັນດາປະເທດສະມາຊິກ ຢ່າງແໜ້ນແຟ້ນໃນການຊຸກຍູ້ສັນຍາ ຮ່າໂນ້ຍມີຜົນບັງຄັບໃຊ້ໂດຍໄວ ແລະ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ