(VOVWORLD) - ມາເລເຊຍ ວາງເປົ້າໝາຍເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນກຸ່ມ, ຍູ້ແຮງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.
ວັນທີ 14 ກຸມພາ, ທ່ານ Kao Kim Hourn ເລຂາທິການໃຫ່ຍ ອາຊຽນ ໄດ້ຈັດການປະຊຸມກັບທ່ານເອກອັກຄະລັດຖະທູດ Datin Sarah Al Bakri Devadason, ຜູ້ຕາງໜ້າປະຈຳຂອງ ມາເລເຊຍ ຢູ່ ອາຊຽນ ທີ່ນະຄອນຫຼວງ ກົວລາລຳເປີ ປະເທດ ມາເລເຊຍ.
ການປະຊຸມສຸມໃສ່ປຶກສາຫາລືບັນດາບຸລິມະສິດຂອງ ມາເລເຊຍ ເມື່ອຮັບຜິດຊອບບົດບາດປະທານ ອາຊຽນ ປີ 2025, ໃນນັ້ນ, ມີວິວັດການເຂົ້າເປັນສະມາຊິກ ອາຊຽນ ຂອງ Timor Leste ແລະ ບັນດາບັນຫາສຳຄັນອື່ນຂອງພາກພື້ນ. ມາເລເຊຍ ໄດ້ກຳນົດບາງຈຸດສຸມຕົ້ນຕໍໃນອາຍຸການນີ້, ລວມມີການປັບປຸງບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຜ່ານການໂອ້ລົມສົນທະນາ, ການທູດ ແລະ ເຈດຕະນາດີ, ພ້ອມທັງເປີດກ້ວາງການພົວພັນຄູ່ຮ່ວມມືເສດຖະກິດກັບບັນດາປະເທດນອກພາກພື້ນ.
ຄຽງຄູ່ກັນນັ້ນ, ມາເລເຊຍ ວາງເປົ້າໝາຍເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນກຸ່ມ, ຍູ້ແຮງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ປະເທດປະທານຜັນປ່ຽນຂອງ ອາຊຽນ ກໍ່ຈະສຸມໃສ່ລັກສະນະກວມລວມ ແລະ ຍືນຍົງ, ມຸ່ງໄປເຖິງການຮັດແຄບຊ່ອງຫວ່າງການພັດທະນາ, ປົວແປງລະດັບຄ່າຄອງຊີບ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ສ້າງປະຊາຄົມໝັ້ນຄົງເຂັ້ມແຂງກ່ວາອີກ.