ກວາງນາມ ມານະພະຍາຍາມປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນເດືອນ ຕຸລາ

(VOVWORLD) - ແຂວງ ກວາງນາມ ສູ້ຊົນຮອດເດືອນ ຕຸລາ 2025 ຈະປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນແຂວງ.
ກວາງນາມ ມານະພະຍາຍາມປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນເດືອນ ຕຸລາ - ảnh 1(ໃນບໍລິເວນທົ່ວແຂວງ ໄດ້ລົບລ້າງເຮືອຍຢູ່ຊົ່ວຄາວ, ເຮືອນຮົ່ວເພເກືອບ 5.590 ຫຼັງ)

        ຕາມການສະຖິຕິຂອງແຂວງ ກວາງນາມ ແລ້ວ, ມາຮອດປະຈຸບັນ, ໃນບໍລິເວນທົ່ວແຂວງໄດ້ລົບລ້າງເຮືອຍຢູ່ຊົ່ວຄາວ, ເຮືອນຮົ່ວເພເກືອບ 5.590 ຫຼັງ, ບັນລຸ 47% ຂອງແຜນການ. ແຂວງ ກວາງນາມ ສູ້ຊົນຮອດເດືອນ ຕຸລາ 2025 ຈະປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນແຂວງ. ເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ, ທ່ານ ເລືອງຫງວຽນມິງຈຽດ, ເລຂາຄະນະພັກແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ປະຈຸບັນ, ບັນດາແຫຼ່ງກຳລັງທີ່ລະດົມເພື່ອຮັບໃຊ້ໃຫ້ແກ່ໂຄງການດັ່ງກ່າວແມ່ນມາຈາກຫຼາຍແຫຼ່ງທີ່ແຕກຕ່າງກັນ, ແຫຼ່ງກຳລັງເພື່ອຈັດການຜັນຂະຫຍາຍໂຄງການແມ່ນພຽງພໍໂດຍພື້ນຖານ. ປະຈຸບັນ, ໃນຂອດຈັດຕັ້ງປະຕິບັດແມ່ນຕ້ອງເຮັດແນວໃດໃຫ້ທັງຮັບປະກັນແຫຼ່ງກຳລັງດ້ານການເງິນ, ທີ 2 ແມ່ນລະດົມການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນໜູນຊ່ວຍໃຫ້ບັນດາຄອບຄົວຫຼຸດຜ່ອນລາຍຈ່າຍຄ່າແຮງງານໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ເພື່ອໃຫ້ຈຳນວນເງິນທີ່ສະໜັບສະໜູນເຂົ້າສູ່ຕົວຈິງ ແລະ ໂຄງສ້າງເຮືອນຢູ່ກໍ່ມີຄຸນນະພາບທີ່ດີກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ