ທ້ອງຖີ່ນຕ່າງໆຈັດກອງປະຊຸມຊາບຊືມ ມະຕິທີ 4 ຂອງສູນກາງພັກຊຸດທີ 11

ທ້ອງຖີ່ນຕ່າງໆຈັດກອງປະຊຸມຊາບຊືມ ມະຕິທີ 4 ຂອງສູນກາງພັກຊຸດທີ 11 - ảnh 1
ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ງິ້
ຊາບ​ຊືມມະຕິ​ສູນກາງທີ 4 
(ພາບ: cpv.org.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 20/3, ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຊາບ​ຊືມມະຕິ​ທີ 4 ຂອງຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຊຸດ​ທີ 11 ”ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຟ້າ​ມ ກວາງ​ງິ້ ຊີ້​ແຈ້ງວ່າ: ​ເລື່ອງ​ແນະນຳ, ​ໂຄສະນາ​ບັນດາ​ເນື້ອ​ໃນມະຕິ​ທີ 4 ຂອງຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຊຸດ​ທີ 11 ​ໃນ​ຖັນ​ແຖວ​ພະນັກງານ​ຫຼັກ​ແຫຼ່ງຂອງ​ນະຄອນຫຼວງ​ຈະ​ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ເຈດ​ຈຳນົງ ​ແລະ ​ການ​ກະທຳ, ຍົກ​ສູງ​ຈິດ​ໃຈ​ທີ່​ເປັນ​ແບບຢ່າງ, ມີ​ສະຕິ​ຕື່ນ​ຕົວ​ຂອງ​ພະນັກງານ​ແຕ່ລະຄົນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຢູ່​ຫົວໜ່ວຍ.

          ”​ເລື່ອງ​ຮຳ່ຮຽນ, ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ມິ​ຕິ​ຂອງ​ສູນ​ກາງ​ຄັ້ງນີ້, ​ແມ່ນ​ການ​ດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ສຳຄັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ລັກສະນະ​ປະຈັນບານ, ​ເປັນ​ແບບຢ່າງ, ຈິດ​ໃຈ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ສະກັດ​ກັ້ນ, ຍູ້​ສະພາບ​ຊຸດ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​​ແບບ​ແຜນ​ດຳລົງ​ຊີວິດ​ໃນໝູ່​ພະນັກງານ​ສະມາຊິກ​ພັກ​ທຸກ​ຂັ້ນ​ພາກສ່ວນ​ໜຶ່ງ, ສ້າງ​ການ​ຫັນປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ໃນ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ, ກໍ່ສ້າງ​ອົງຄະ​ນະ​ພັກ​ນະຄອນ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ນະຄອນຫຼວງ”.

        ​ໃນ​ວັນ​ດຽວ​ກັນ, ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ພະນັກງານ​ຊາບ​ຊືມ, ຜັນ​ຂະຫຍາຍມະຕິ​ທີ 4 ຂອງຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຊຸດ​ທີ 11​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ