ທ້ອງຖິ່ນຕ່າງໆຜັນຂະຫຍາຍມະຕິສູງກາງພັກຄັ້ງທີ 4 ຢ່າງເລິກເຊິ່ງກ້ວາງຂວາງ
ພາບປະກອບຈາກອີນເຕີເນັດ
(vovworld) - ໃນລະຫວ່າງວັນທີ 12 ແລະ 13/4, ອົງຄະນະພັກແຂວງ ອານຢາງ ໄດ້ຈັດຕັ້ງກອງປະຊຸມຊາບຊຶມ, ຜັນຂະຫຍາຍມະຕິກອງປະຊຸມສູນກາງພັກກອມມູນິດຫວຽດນາມຄັ້ງທີ 4 ຊຸດທີ 11 ແລະ ຄຳສັ່ງ, ຂໍ້ກຳນົດ, ເອກະສານແນະນຳຂອງສູນກາງ, ແຜນການດຳເນີນງານຂອງອົງຄະນະພັກຂວາງ ໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງ, ນະຄອນ, ພະນັງານພັກກິນເບ້ຍບຳນານ, ພະນັກງານໃນກຳລັງປະກອບອາວຸດເກືອບ 400 ຄົນ.
ແລະກໍໃນວັນທີ 13/4, ຄະນະໂຄສະນາສຶກສາອົງຄະນະພັກນະຄອນຮ່າໂນ້ຍ ແລະ ອົງຄະນະພັກນະຄອນດ່າໜັງ ກໍໄດ້ຈັດຕັ້ງກອງປະຊຸມຮ່ຳຮຽນ, ຊາບຊຶມມະຕິສູງການພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນໃນການກໍ່ສ້າງພັກປະຈຸບັນ” ໃຫ້ແກ່ຖັນແຖວປັນຍາຊົນ ແລະ ພະນັກງານຫຼັກແຫຼ່ງພັກກິນເບ້ຍບຳນານ.