ທະນາຄານແຫ່ງລັດໜູນຊ່ວຍຕັ້ງໜ້າໃຫ້ແກ່ການຜະລິດດຳເນີນທຸລະກິດ

(VOVWORLD) - ສິນເຊື່ອໃນ 6 ເດືອນຕົ້ນປີ 2017 ເພີ່ມຂຶ້ນສູງກ່ວາຊຸມປີກ່ອນ, ຢູ່ໃນລະດັບ 6,53% ສູງກ່ວາ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໜູນຊ່ວຍຕັ້ງໜ້າໃຫ້ແກ່ການຜະລິດດຳເນີນທຸລະກິດ, ໃນສະພາບການເງິນລົງທຶນຂອງລັດບໍ່ທັນໄດ້ຮັບການຍູ້ແຮງ. 

ທະນາຄານແຫ່ງລັດໜູນຊ່ວຍຕັ້ງໜ້າໃຫ້ແກ່ການຜະລິດດຳເນີນທຸລະກິດ - ảnh 1ທ່ານນາງ ຫງວຽນທິຮົ່ງ, ຮອງຜູ້ວ່າການທະນາຄານແຫ່ງລັດ

(ພາບ: Việt Hà/VOV) 

ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການແລກປ່ຽນກັບສື່ມວນຊົນ ກ່ຽວກັບໝາກຜົນຂອງການເຄື່ອນໄຫວຂອງຂະແໜງທະນາຄານໃນ 6 ເດືອນຜ່ານມາ, ຜູ້ຕາງໜ້າທະນາຄານແຫ່ງລັດໃຫ້ຮູ້ວ່າ: ການເຕີບໂຕສິນເຊື່ອຂອງ ຫວຽດນາມ ສູງກ່ວາຫຼາຍເມື່ອທຽບໃສ່ປີກ່ອນ. ທ່ານນາງ ຫງວຽນທິຮົ່ງ, ຮອງຜູ້ວ່າການທະນາຄານແຫ່ງລັດ, ໃຫ້ຮູ້ວ່າ:

“ສິນເຊື່ອໃນ 6 ເດືອນຕົ້ນປີ 2017 ເພີ່ມຂຶ້ນສູງກ່ວາຊຸມປີກ່ອນ, ຢູ່ໃນລະດັບ 6,53% ສູງກ່ວາ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໜູນຊ່ວຍຕັ້ງໜ້າໃຫ້ແກ່ການຜະລິດດຳເນີນທຸລະກິດ, ໃນສະພາບການເງິນລົງທຶນຂອງລັດບໍ່ທັນໄດ້ຮັບການຍູ້ແຮງ. ທຶນສຸມໃສ່ໃຫ້ແກ່ຂົງເຂດບຸລິມະສິດ, ສ່ວນອະສັງຫະລິມະຊັບມີລະດັບຊ້າກ່ວາເມື່ອທຽບໃສ່ປີ 2016. ທະນາຄານແຫ່ງລັດ ກໍ່ຕິດຕາມຕະຫຼາດເງິນຕາຕ່າງປະເທດ, ປະກາດອັດຕາປະຈຳວັນ ຮັບປະກັນເໝາະສົມກັບຄາດໝາຍນະໂຍບາຍເງິນຕາ”

ຕອບກັບ

ຂ່າວ/ບົດ​ອື່ນ