ທ່ານ Ludovic Orban ຮັບດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ຣູມານີຄັ້ງທີ 2
(VOVWORLD) -ວັນທີ 14 ມີນາ, ສະພາແຫ່ງຊາດ ຣູມານີ ໄດ້ປ່ອນບັດໃຫ້ສັດຕະຍາບັນທ່ານ Ludovic Orban ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຕາມການສະເໜີຂອງ ປະທານາທິບໍດີປະເທດນີ້.
ທ່ານ Ludovic Orban ນາຍົກລັດຖະມົນຕີ ຣູມານີ (ພາບ:Polotocp.eu) |
ນີ້ເປັນຄັ້ງທີ 2 ທ່ານ Ludovic Orban ໄດ້ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຣູມານີ, ພາຍຫຼັງຄັ້ງທຳອິດໃນເດືອນ ພະຈິກ ປີ 2019.
ກ່ອນໜ້ານັ້ນ, ໃນຕົ້ນເດືອນ ກຸມພາປີ 2020, ລັດຖະບານຂອງ ທ່ານ Ludovic Orban ບໍ່ຍາດໄດ້ໄຊຊະນະໃນການປ່ອນບັດໄວ້ວາງໃຈ ຢູ່ສະພາແຫ່ງຊາດປະເທດນີ້ ໂດຍພັກປະຊາທິປະໄຕສັງຄົມ (PSD) ຝ່າຍຄ້ານສະເໜີ. ເຖິງຢ່າງໃດກໍ່ຕາມ, ປະທານາທິບໍດີປະເທດນີ້ຍັງມອບໃຫ້ທ່ານ Ludovic Orban ດຳລົງຕຳແໜ່ງຜູ້ຮັກສາສິດນາຍົກລັດຖະມົນຕີ ແລະ ສ້າງລັດຖະບານຊົ່ວຄາວ.