ທ່ານ Mohammed Al Baradei ຮັບຕຳແໜ່ງຮອງປະທາ ນາທິບໍດີຊົ່ວຄາວ ຂອງອີຢີບ

ທ່ານ Mohammed Al Baradei ຮັບຕຳແໜ່ງຮອງປະທາ ນາທິບໍດີຊົ່ວຄາວ ຂອງອີຢີບ - ảnh 1
ທ່ານ Mohammed Al Baradei

(ພາບ:.baomoi.com)

(vovworld)-ຫ້ອງ​ວ່າການ​ປະທານາທິບໍດີ​ອີ​ຢີບ ​ໃຫ້​ຮູ້​ວ່າ: ວັນ​ທີ 14/7, ທ່ານ Mohammed Al Baradei ການ​ນຳ​ແນວ​ໂຮມ​ກູ້​ຊາດ (MSF) ຝ່າຍ​ຄ້ານ​ໄດ້ສາບານ​ຕົວ​ເຂົ້າດຳລົງ​ຕຳ​ແໜ່​ງຮອງ​ປະທານາທິບໍດີຊົ່ວຄາວຂອງອີ​ຢີບ  ຮັບຜິດຊອບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ນີ້. ​ໃນ​ອາທິດ​ກ່ອນ, ທ່ານ Mohammed Al Baradei ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນຮອງ​ນາຍົກລັດຖະມົນຕີ ຊົ່ວຄາວ​ຂອງອີຢີບ  ​ແຕ່​ຂໍ້​ສະ​ເໜີນີ້ຖືກ​ຝ່າຍ​ອິດ​ຊະລາ​ມຄັດຄ້ານ. ທ່ານ Mohammed Al Baradei ​ເຄີຍ​ດຳລົງ​ຕຳ​ແໜ່​ງຜູ້ອຳນວຍການ​ໃຫ່ຍອົງການ​ປະລະມາ​ນູສາກົນ (IAEA) ​​ໄລຍະ 1997-2009 ​ແລະ ​ໄດ້​ຮັບ​ລາງວັນ​ໂນ​ແບນ​ສັນຕິພາບ​ເມື່ອ​ປີ 2005. ທ່ານ Hazem El Beblawi ນາຍົກລັດຖະມົນຕີຊົ່ວຄາວ​ຂອງ​ອີ​ຢີບ ປະກາດ​ວ່າ​: ຈະສ້າ​ງຕັ້ງລັດຖະບານຊື່​ງຄາດວ່າລວມມີ​ບັນດາຜູ້​ນິຍົມ​ລັດທິ​ເສລີ​ເພື່ອ​ນຳ​ອີ​ຢີບ ກ້າວ​ເຂົ້າສູ່​​ເສັ້ນທາງ​ຊື່​ງ​ໄດ້ຮັບ​ການ​ໜູນ​ຫຼັງ​ຈາກ​ກອງທັບ ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ອຳນາດ​ການ​ປົກຄອງ​ພົນລະ​ເຮື​ອນ​ຢ່າງ​ສົມບູນ.

 

 

 

 

 

 

ຂ່າວ/ບົດ​ອື່ນ