ທ່ານ ເລແທງຫາຍ ກຳມະການ ກົມການເມືອງຖະຫວາຍເຂົ້າຕົ້ມບູຊາເຈົ້າຊີວິດ ຮຸ່ງ

ທ່ານ ເລແທງຫາຍ ກຳມະການ ກົມການເມືອງຖະຫວາຍເຂົ້າຕົ້ມບູຊາເຈົ້າຊີວິດ ຮຸ່ງ - ảnh 1
( ພາບ: http://lethanhhai.net )

ຕອນ​ເຊົ້າ​ວັນ​ທີ 21/1, ການ​ນຳ​ນະຄອນ ​ໂຣ່ຈີ​ມິນ ​ໂດຍ​ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ນຳ​ໜ້າ ​ໄດ້​ເຂົ້າ​ໄຫວ້​ອາ​ໄລ​ຢູ່​ສຸສານ​ນັກຮົບທີ່​ເສັຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ນະຄອນ, ຖະຫວາຍ​ເຂົ້າຕົ້ມບູຊາ ​ເຈົ້າ​ຊີວິດ ຮຸ່ງ, ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ, ປະທານ ​ໂຕນ​ດຶກ​ທັ໋ງ ຢູ່​ຫໍພິພິດທະພັນ ​ໂຮ່ຈີ​ມິນ ສາຂາ​ນະຄອນ ​ແລະ​ຫໍ​ພິດ​ທະ​ພັນ ​ໂຕນ​ດຶກ​ທັ໋ງ. ​ເຂົ້າຕົ້ມ​ຍື່ນ​ບູຊາ​​ເຈົ້າ​ຊີວິດ​ຮຸ່ງ ​ແມ່ນ​ຜະລິດ​ຕະພັນ​ທີ່​ໄດ້ຮັບລາງວັນ​ທີ 1 ​ໃນ​ການ​ແຂ່ງຂັນ​ເຮັດ​ເຂົ້າຕົ້ມ​ອວຍພອນ​ປີ​ໃໝ່ ປີ ມະ​ໂຣງ 2012. ທ່ານ ກາວຮື້ວນຽນ, ຮອງຫົວໜ້າຄະນະຈັດ​ຕັ້ງ​ພິທີ​ງານ​ບຸນ​ເຂົ້າຕົ້ມ​ປີ 2012 ​ເວົ້າ​ວ່າ

ພິທີ​ງານ​ບຸນ​ເຂົ້າຕົ້ມ​ປີ​ນີ້, ນອກຈາກ​ນະຄອນ​ໂຮ່ຈີ​ມິນ​ແລ້ວ ຍັງ​ມີ​ທ້ອງ​ຖີ່​ນອື່ນ​ເຂົ້າຮ່ວມ. ບັນດາ​ເພື່ອນ​ໜຸ່ມ​ສືບ​ທອດ​ມູນ​ເຊື້ອ​​ເຮັດ​ເຂົ້າຕົ້ມ​ເພື່ອ​ຖະຫວາຍ​ບູຊາ​ບັນພະບຸລຸດ​ໃນ​ບຸນປີ​ໃໝ່​ປະຈຳ​ຊາດ. ຂ້າພະ​ເຈົ້າ​ຄິດ​ວ່າ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ສຶກສາ​ໃຫ້​ທຸກ​ຄົນ​ຈົດ​ຈຳ​ເອົາ​ບຸນຄຸນ​ຂອງ​ລຸ້ນກ່ອນ ​ເພື່ອ​ສືບ​ຕໍ່​ດຳລົງ​ຊີວິດ ​ແລະ​ ອຸທິດ​ສ່ວນ”.

ຂ່າວ/ບົດ​ອື່ນ