ທ່ານທອງສິງທຳມະວົງ ໃຫ້ການຕ້ອນຮັບເອກອັກ ຄະລັດຖະທູດຫວຽດນາມ

ທ່ານທອງສິງທຳມະວົງ ໃຫ້ການຕ້ອນຮັບເອກອັກ ຄະລັດຖະທູດຫວຽດນາມ - ảnh 1

(ພາບ:vietnamplus.vn)

(vovworld) - ຕອນ​ບ່າຍວັນທີ 7/12, ​ທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ທຳ​ມະ​ວົງ ​​ໄດ້ໃຫ້ການ​ຕ້ອນຮັບທ່ານ​ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ​ໃນ​ໂອກາດ​ທ່ານ​ມາ​ຮັບ​ໜ້າ​ທີ່ຢູ່ ສປປ ລາວ. ທີ່​ການ​ຕ້ອນຮັບ, ​ທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ທຳ​ມະ​ວົງ ຖື​ວ່າ:​ ສອງ​ປະ​ເທດ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍກ່ວາ​ອີກ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ສະໜິດ​ຕິດ​ພັນ​ລະຫວ່າງ​ຫວຽດນາມ-​ລາວ​ ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສອງ​ຝ່າຍ​ຕ້ອງ​ແລກປ່ຽນ​ເປັນ​ປະຈຳ​ເພື່ອ​ນັບ​ມື້​ນັບ​ຈະ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື. ​ທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ທຳ​ມະ​ວົງ ​ໃຫ້​ຄຳໝັ້ນສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ, ​ຊ່ວຍ​ເຫຼືອ​ທ່ານເອກ​ອັກຄະ​ລັດຖະທູດຫງວຽນ​ແມ້ງ​ຮຸ່ງ ​ກໍ່​ຄື​ສະຖານທູດ​ຫວຽດນາມ ປະຈຳ​ລາວ ປະຕິບັດ​ໜ້າ​ທີ່​ຊື່ງ​ພັກ ​ແລະ ລັດ​ຫວຽດນາມ​ມອບ​ໝາຍ​ໃຫ້​ສຳ​ເລັດ. ສ່ວນທ່ານເອກ​ອັກຄະ​ລັດຖະທູດຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຝາກ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ​ຂອງທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານນາຍົກລັດຖະມົນຕຫງວຽນ​ເຕີນ​ຢຸງ ມາ​ຍັງທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ທຳ​ມະ​ວົງ ​ແລະ ​ຢັ້ງຢືນ​ວ່າທ່ານ​ຈະ​ພ້ອມ​ກັບ​ສະຖານທູດ​ຫວຽ​ດນາມ ປະຈຳ​ລາວ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ພົວພັນ​ມິດຕະພາບ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງໝັ້ນຄົງ.

ຂ່າວ/ບົດ​ອື່ນ