ທ່ານນາງ Ha Thi Khiet ເຮັດວຽກຢູ່ແຂວງ Quang Ngai
ທ່ານນາງ Ha Thi Khiet
(ພາບ:vietbao.vn)
(VOV)- ໂດຍໄດ້ສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງພາງກາງ, ຕອນເຊົ້າວັນທີ 3/11, ທ່ານນາງ Ha Thi Khiet ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ກວດກາສະພາບການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບ “ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ“ ຢູ່ເມືອງ Bo To ແຂວງ Quang Ngai . ກ່າວຄຳເຫັນຊີ້ນຳໃນການເຮັດວຽກ, ທ່ານນາງ Ha Thi Khiet ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງ ໄດ້ເນັ້ນໜັກວ່າ:
“ດ້ວຍຈຸດພິເສດສະເພາະຂອງອົງຄະນະພັກເມືອງພວກເຮົາຄືແນວນັ້ນ, ການປະສົມຄຳສັ່ງເລກທີ 03 ກັບມະຕິສູນກາງພັກຄັ້ງທີ 4, ບວກກັບມູນເຊື້ອການປະຕິວັດຂອງເມືອງເພື່ອໃຫ້ພວກເຮົາສ້າງບັນດາຮູບແບບທີ່ບ່ອນອື່ນບໍ່ມີ. ບັນດາສະຫາຍຕ້ອງຂຸດຄົ້ນຢ່າງເລິກເຊິ່ງກ່ວາອີກ ແລະ ຈາກນັ້ນຈະສ້າງບັນດາຮູບແບບດີເດັ່ນສະເພາະຂອງຕົນແຕ່ກໍ່ມີຈຸດລວມໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ“.