ທ່ານນາງ Hillary Clinton ປຸກລະດົມການຫາສຽງເລືອກຕັ້ງເປັນປະທານາທິບໍດີຢ່າງເປັນທາງການ
ທ່ານນາງ Hillary Clinton ປຸກລະດົມການຫາສຽງເລືອກຕັ້ງ
ເປັນປະທານາທິບໍດີຢ່າງເປັນທາງການ
(ພາບ: baodatviet.vn)
(vovworld) - ວັນທີ 13/06, ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີປີ 2016 ຂອງພັກປະຊາທິປະໄຕ, ທ່ານນາງ Hillary Clinton ໄດ້ປຸກລະດົມການຫາສຽງເລືອກຕັ້ງເປັນປະທານາທິບໍດີຢ່າງເປັນທາງການ, ດ້ວຍບົດກ່າວປາໄສທຳອິດຢູ່ນະຄອນນິວຢອກ, ໃນນັ້ນທ່ານນາງໄດ້ຮຽກຮ້ອງປະຊາຊົນອາເມລິກາທຸກຄົນສ້າງສັງກາດໃໝ່ ດ້ວຍຄວາມວັດທະນາຖາວອນຢ່າງແທດຈິງ ແລະ ໝັ້ນຄົງ ເຊິ່ງທຸກຄົນລ້ວນແຕ່ໄດ້ຮັບ. ທ່ານນາງ Hillary Clinton ຖະແຫຼງວ່າ, ທ່ານນາງແຂ່ງຂັນຫາສຽງເລືອກຕັ້ງເພື່ອກາຍເປັນປະທານາທິບໍດີຂອງປະຊາຊົນອາເມລິກາ ທຸກຄົນ, ໃຫ້ຄຳໝັ້ນໝາຍຊຸກຍູ້ກາລະໂອກາດສະເໝີພາບ ແລະ ຕໍ່ສູ້ເພື່ອຊົນຊັ້ນກາງທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານນາງກໍ່ຖະແຫຼງວ່າ, ຈະນຳປະເທດອາເມລິກາ ໃຫ້ກາຍເປັນປະເທດມະຫາອຳນາດພະລັງານສະອາດໃນສະຕະວັດທີ 21 ...