ທ່ານ​ນາງ​​ ດັ້ງ​ທິ​ງ​ອັກ​ທິ້ງຮອງປະ​ທານ​ປະ​ເທດໃຫ້​ການ​ຕ້ອນ​ຮັບທ່ານ Umeda Kunio ​ເອກ​ອັກ​ຄະ​ລັດ​ຖະ​ທູດຍີ່​ປຸ່ນປະ​ຈຳຫວຽດ​ນາມ

(VOVWORLD) -ໃນຕອນບ່າຍວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ,ທ່ານນາງດັ້ງທິງອັກທິ້ງຮອງປະທານປະເທດຫວຽດນາມໄດ້ສະແດງຄວາມຊົມເຊີຍທ່ານUmeda Kunioທີ່ປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານ​ນາງ​​ ດັ້ງ​ທິ​ງ​ອັກ​ທິ້ງຮອງປະ​ທານ​ປະ​ເທດໃຫ້​ການ​ຕ້ອນ​ຮັບທ່ານ Umeda Kunio ​ເອກ​ອັກ​ຄະ​ລັດ​ຖະ​ທູດຍີ່​ປຸ່ນປະ​ຈຳຫວຽດ​ນາມ - ảnh 1ທ່ານນາງດັ້ງທິງອັກທິ້ງຮອງປະທານປະເທດຫວຽດນາມໃຫ້ການຕ້ອນຮັບທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ (ພາບ: TTXVN) 

ທ່ານນາງຮອງປະທານປະເທດໄດ້ຕີລາຄາສູງຕໍ່ເລື່ອງທ່ານUmeda Kunioໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ໃນນັ້ນໄດ້ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ຊຸກຍູ້ບັນດາໂຄງການ, ລາຍການໜູນຊ່ວຍຫວຽດນາມໃນການສ້າງລັດຖະບານເອເລັກໂຕນິກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ, ຕ້ານໄພທຳມະຊາດແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ…ດ້ວຍການພົວພັນຮ່ວມມືອັນດີງາມແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ທ່ານນາງດັ້ງທິງອັກທິ້ງມີຄວາມປາດຖະໜາວ່າທ່ານເອກອັກຄະລັດຖະທູດເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍ່ຕາມທ່ານກໍ່ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ຍີ່ປຸ່ນ

ສ່ວນທ່ານUmeda Kunioໄດ້ຢັ້ງຢືນວ່າທ່ານຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສ້າງແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກ້ວາງຂວາງລະຫ່ວາງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ