ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ ກໍານົດວັນເວລາຈັດຕັ້ງການເລືອກຕັ້ງທົ່ວປະເທດ
(VOVWORLD) - ວັນທີ 28 ມັງກອນ, ທ່ານນາງນາຍົກລັດຖະມົນຕີນິວຊີແລນ Jacinda Ardern ໄດ້ຮຽກຮ້ອງໃຫ້ຈັດຕັ້ງການເລືອກຕັ້ງທົ່ວປະເທດໃນວັນທີ 19 ກັນຍາ ປີ 2020.
ທ່ານນາງນາຍົກລັດຖະມົນຕີນິວຊີແລນ Jacinda Ardern (ພາບ: TTXVN) |
ນີ້ໄດ້ຮັບຖືວ່າ ແມ່ນ “ການທົດລອງ” ຕໍ່ກັບການສະໜັບສະໜູນທີ່ມີຕໍ່ທ່ານນາງ, ເຊິ່ງໄດ້ເພີ່ມຂຶ້ນພາຍຫຼັງລັດຖະບານຮັບມືກັບເຫດບຸກໂຈມຕີການກໍ່ການຮ້າຍເມື່ອປີ 2019 ໄດ້ເປັນຢ່າງດີ ແຕ່ພັດຫຼຸດໜ້ອຍລົງ ຍ້ອນບັນດາບັນຫາກ່ຽວກັບດ້ານເສດຖະກິດ.
ພັນທະມິດ ໂດຍພັກແຮງງານຝ່າຍກາງຊ້າຍຂອງທ່ານນາງ Jacinda Ardern ນໍາໜ້າ ໄດ້ຂຶ້ນກໍາອໍານາດນັບແຕ່ປີ 2017 ແລະ ມີຄວາມປາດຖະໜາຢາກສືບຕໍ່ດໍາລົງຕໍາແໜ່ງໃນອາຍຸການທີ 2.
ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern ຮຽກຮ້ອງ ປະຊາຊົນ ນິວຊີແລນ ຈົ່ງສືບຕໍ່ສະໜັບສະໜູນທ່ານນາງ ເປັນຜູ້ນໍາພາ ແລະ ບັນດາທິດທາງທີ່ພວມຜັນຂະຫຍາຍໃນປັດຈຸບັນຂອງລັດຖະບານ.