ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເດີນທາງໄປຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ  ຫງວຽນທິກິມເງິນ ແມ່ນມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ. ເກົາຫຼີ ແລະ ປາດຖະໜາຢາກພັດທະນາການພົວພັນຂຶ້ນສູ່ລະດັບສູງໃໝ່

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Moon Hee Sang, ຕອນເຊົ້າວັນທີ 4 ທັນວາ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 4 – 7 ທັນວາ.

        ການຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ  ຫງວຽນທິກິມເງິນ ແມ່ນມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ. ເກົາຫຼີ ແລະ ປາດຖະໜາຢາກພັດທະນາການພົວພັນຂຶ້ນສູ່ລະດັບສູງໃໝ່; ພ້ອມກັນນັ້ນແມ່ນຢັ້ງຢືນການສະໜັບສະໜູນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ. ເກົາຫຼີ ແລະ ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ. ເກົາຫຼີ, ເພື່ອແນໃສ່ນຳການພົວພັນລະຫວ່າງສອງອົງການນິຕິບັນຍັດພັດທະນາທັງສອງຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ