ທ່ານນາງປະທານສະພາແຫ່ງຊາດພົບປະອະດີດການນຳ, ອະດີດສະມາຊິກສະພາແຫ່ງຊາດ

(VOVWORLD) - ຕອບບ່າຍວັນທີ 5 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະສ້າງສັນກັບອະດີດການນຳ, ອະດີດສະມາຊິກສະພາແຫ່ງຊາດ, ພະນັກງານກິນເບ້ຍບຳນານຫ້ອງວ່າການສະພາແຫ່ງຊາດ.
ທ່ານນາງປະທານສະພາແຫ່ງຊາດພົບປະອະດີດການນຳ, ອະດີດສະມາຊິກສະພາແຫ່ງຊາດ - ảnh 1 (ທ່ານນາງປະທານສະພາແຫ່ງຊາດພົບປະອະດີດການນຳ, ອະດີດສະມາຊິກສະພາແຫ່ງຊາດ)

ກ່າວຄວາມເຫັນທີ່ການພົບປະສ້າງສັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ບັນດາຜົນສຳເລັດຂອງສະພາແຫ່ງຊາດໃນປີຜ່ານມາ, ຄຽງຂ້າງຄວາມມານະພະຍາຍາມ, ຄວາມສາມັກຄີຂອງສະພາແຫ່ງຊາດ, ບັນດາຄະນະສະມາຊິກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດແລ້ວ ຍັງມີການສືບທອດຜົນງານ, ບົດຮຽນອັນລຳ້ຄ່າຈາກບັນດາຜົນງານທີ່ບັນລຸໄດ້ຂອງອາຍຸການກ່ອນ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດຢາກຮັບເອົາຄຳເຫັນປະກອບຈາກບັນດາອະດີດການນຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ, ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ