ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະການນຳ,ນັກຂ່າວບັນດາອົງການສຳນັກຂ່າວສານ,ສື່ມວນຊົນ

(VOVWORLD) -ເນື່ອງໃນໂອກາດຕ້ອນຮັບປີໃໝ່ປີກຸນ 2019, ຕອນບ່າຍວັນທີ 21 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບການນຳ, ນັກຂ່າວບັນດາສຳນັກຂ່າວສານ, ສື່ມວນຊົນ, ໂຄສະນາກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ.
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະການນຳ,ນັກຂ່າວບັນດາອົງການສຳນັກຂ່າວສານ,ສື່ມວນຊົນ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ພົບປະການນຳ, ນັກຂ່າວບັນດາອົງການສຳນັກຂ່າວສານ,ສື່ມວນຊົນ)

ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງ ບັນດາການປ່ຽນແປງໃໝ່ຂອງບາງອົງການສຳນັກຂ່າວສານ, ສື່ມວນຊົນໃນທົ່ວປະເທດ ໃນວຽກງານຖະແຫຼງຂ່າວກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຖືວ່າ.

        “ເມື່ອໃຫ້ຂ່າວກ່ຽວກັບການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ, ບັນດານັກຂ່າວ ແມ່ນຜູ້ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂອງບັນດານະໂຍບາຍໃນບັນດາຮ່າງກົດໝາຍທີ່ພວມຄົ້ນຄວ້າ, ສ້າງ. ຖ້າຫາກວ່າ, ສື່ມວນຊົນລາຍງານຂ່າວຕາມບັນດາເຫດການຕາມບັນດາບັນຫາການເມືອງຂອງສະພາແຫ່ງຊາດ ຫາກບໍ່ມີການສຳຫຼວດ, ໄຈ້ແຍກຢ່າງເລິກເຊິ່ງ ຍາກທີ່ຈະສາມາດສ່ອງແສງຢ່າງຖືກຕ້ອງ, ຊັດເຈນເນື້ອໃນຂອງບັນດາຮ່າງກົດໝາຍໄດ້. ສື່ມວນຊົນຕ້ອງແມ່ນຊ່ອງສະໜອງບັນດາຂໍ້ມູນຂ່າວຢ່າງຄົບຖ້ວນແກ່ມະຫາຊົນ ກ່ຽວກັບເນື້ອໃນຂອງບັນດານະໂຍບາຍກົດໝາຍໃກ້ຈະປະກາດ ແລະ ໄດ້ປະກາດໃຊ້ແລ້ວ”.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ປີ 2019 ສືບຕໍ່ແມ່ນປີວາງອອກບັນດາໜ້າທີ່າຄັນໃນການເຄື່ອນໄຫວນິຕິບັນຍັດ. ທ່ານນາງປະທານສະພາແຫ່ງຊາດປາດຖະໜາວ່າ ບັນດາອົງການສຳນັກຂ່າວສານ, ສື່ມວນຊົນສືບຕໍ່ຮ່ວມເດີນທາງພ້ອມກັບສະພາແຫ່ງຊາດ, ເສີມຂະຫຍາຍບົດບາດໃນການສົ່ງຖະແຫຼງຂ່າວກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ, ກ່ຽວກັບບັນດາກົດໝາຍເຊິ່ງສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ