ທ່ານນາງຮັກສາການ ປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕ້ອນຮັບ ອະດີດປະທານາທິບໍດີ ໂມຊໍາບິກ

(VOVWORLD) -ຕອນເຊົ້າວັນທີ 28 ກັນຍາ, ຢູ່ທໍານຽບປະທານປະເທດຫວຽດນາມ, ທ່ານນາງ ດັ້ງທິງອັກທິ້ງ ຮັກສາການ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Armando Emilio Guebuza ອະດີດປະທານາທິບໍດີ ໂມຊໍາບິກ ເນື່ອງໃນໂອກາດ ທ່ານມາ ໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຢູ່ ຫວຽດນາມ.
ທ່ານນາງຮັກສາການ ປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕ້ອນຮັບ ອະດີດປະທານາທິບໍດີ ໂມຊໍາບິກ - ảnh 1 ທ່ານນາງ ດັ້ງທິງອັກທິ້ງ ຮັກສາການ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Armando Emilio Guebuza ອະດີດປະທານາທິບໍດີ ໂມຊໍາບິກ

ທີ່ການຕ້ອນຮັບ, ທ່ານນາງ ດັ້ງທິງອັກທິ້ງ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງທີ່ຕັ້ງ, ບົດບາດຂອງ ໂມຊໍາບິກ ຢູ່ຂົງເຂດ ພາກໃຕ້ອາຟິຼກາ ເວົ້າສະເພາະ ແລະ ອາຟິຼກາ ເວົ້າລວມ; ພ້ອມທັງເຊື່ອໝັ້ນວ່າ ໂມຊໍາບິກ ຈະ ຈັດຕັ້ງສໍາເລັດການປ່ອນບັດເລືອກຕັ້ງຂັ້ນທ້ອງຖິ່ນ ເຊິ່ງຈະດໍາເນີນໃນເດືອນຕຸລາ ຈະມາເຖິງ, ອັນໄດ້ເປັນປະຖົມປັດໄຈໃຫ້ແກ່ການຈັດຕັ້ງສໍາເລັດການເລືອກຕັ້ງທ່ານປະທານາທິບໍດີ ແລະ ສະພາແຫ່ງຊາດໃນປີ 2019.

        ທ່ານນາງ ດັ້ງທິງອັກທິ້ງ ຮັກສາການ ປະທານປະເທດຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນກັບ ໂມຊໍາບິກ, ຖື ໂມຊໍາບິກ ເປັນຄູ່ຮ່ວມມືບຸລິມະສິດໃນການຮ່ວມມືຂອງຫວຽດນາມຢູ່ ອາຟິຼກາ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານນາງ ດັ້ງທິງັອກທິ້ງ ສະເໜີໃຫ້ທັງສອງປະເທດ ຮັກສາການພົບປະແລກປ່ຽນຄະນະຜູ້ແທນ, ພິເສດແມ່ນ ຄະນະຜູ້ແທນການນໍາຂັ້ນສູງໃນໄລຍະຈະມາເຖິງ ແລະ ຫວັງວ່າ ຈະໄດ້ຕ້ອນຮັບທ່ານປະທານາທິບໍດີ Filipe Nyusi ມາຢ້ຽມຢາມຫວຽດນາມ ໃນໄວໆນີ້.

        ທ່ານ Armando Emilio Guebuza ອະດີດປະທານາທິບໍດີ ໂມຊໍາບິກ ກໍຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໃນພາລະ  ກິດ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ການພົວພັນສອງປະເທດ. ທ່ານ Armando Emilio Guebuza ຖືວ່າ ເຖິງວ່າສອງປະເທດຫ່າງໄກກັນດ້ານພູມສັນຖານກໍຕາມ ແຕ່ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຍາມໃດກໍສະໜິດສະໜົມ.

         ນັກຂ່າວ Viet Cuong

ຕອບກັບ

ຂ່າວ/ບົດ​ອື່ນ