( vovworld ) - ຕອນບ່າຍວັນທີ 17/5, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບຄະນະຜູ້ແທນທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບທີເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ Quang Ngai ທີ່ມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈິມິນ, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງບັນດາແມ່ຫວຽດນາມວິລະຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບທີເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ Quang Ngai ເຊິ່ງໄດ້ອຸທິດສ່ວນ ແລະ ເສຍສະຫຼະອັນໃຫຍ່ຫຼວງຕໍ່ພາລະກິດປົດປ່ອຍຊາດ ແລະ ທ້ອງໂຮມປະເທດຊາດ. ທ່ານນາງຮອງປະທານປະເທດໄດ້ເນັ້ນໜັກວ່າ ໃນໄລຍະທີ່ຜ່ານມາພັກ, ລັດ ແລະ ແຕ່ລະທ້ອງຖິ່ນໄດ້ສະຫງວນຄວາມເອົາໃຈໃສ່ເປັນພິເສດເຖິງບັນດາເປົ້າໝາຍນະໂຍບາຍ, ປັບປຸງກົດໝາຍ, ນະໂຍບາຍເທື່ອລະກ້າວເພື່ອແນໃສ່ທົດແທນຕໍ່ການເສຍສະຫຼະ, ການເສຍຫາຍ, ກໍຄືຕອບບຸນແທນຄຸນບັນດາຜູ້ທີ່ເສຍສະຫຼະຊີວິດເພື່ອເອກະລາດ ແລະ ຄວາມເສລີພາບຂອງປະເທດຊາດ.