ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ເຮັດວຽກກັບການນຳແຂວງກວ໋າງຫງາຍ

(VOVWORLD) -ວັນທີ 22 ສິງຫາ, ຄະນະປະຕິບັດງານສູນກາງ ໂດຍທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ນຳໜ້າ, ໄດ້ມີການເຮັດວຽກກັບການນຳແຂວງ ກວ໋າງຫງາຍ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.
ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ເຮັດວຽກກັບການນຳແຂວງກວ໋າງຫງາຍ - ảnh 1(ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ເຮັດວຽກກັບການນຳແຂວງກວ໋າງຫງາຍ)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ສະເໜີໃຫ້ແຂວງ ກວ໋າງຫງາຍ ສືບຕໍ່ຍູ້ແຮງການພັດທະນາອຸດສາຫະກຳ; ຍາດແຍ່ງບັນດາໂຄງການຂອງສູນກາງຄື ໂຄງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໂຄງການຊົນນະບົດໃໝ່. ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິງ ກໍ່ສະເໜີໃຫ້ແຂວງ ກວ໋າງຫງາຍ ເສີມຂະຫຍາຍທ່າແຮງຂອງແຂວງ ເພື່ອພັດທະນາການທ່ອງທ່ຽວ, ຮຽກຮ້ອງໃຫ້ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດລົງທຶນ, ກໍ່ສ້າງບັນດາເຂດທ່ອງທ່ຽວຕື່ມອີກເພື່ອດຶງດູດນັກທ່ອງທ່ຽວ. ພ້ອມກັບການພັດທະນາເສດຖະກິດ, ສັງຄົມ, ແຂວງຄວນສືບຕໍ່ເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ; ຍູ້ແຮງວຽກງານໂຄສະນາການສຶກສາໃຫ້ຊາວປະມົງກ່ຽວກັບສະຕິປະຕິບັດຕາມກົດໝາຍ, ປົກປັກຮັກສາອະທິປະໄຕຂອງປະເທດຊາດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ