( vovworld ) - ໂດຍສືບຕໍ່ການຢ້ຽມຢາມລາຊະອານາຈັກໄທ, ຕອນເຊົ້າວັນທີ 23/6, ທ່ານນາງຮອງປະທານປະເທດ Nguyen Thi Doan ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນ ພະມົນ ຢ້ຽມຢາມບ້ານມິດຕະພາບຫວຽດນາມ - ໄທ, ເຂດປູຊະນີຍະສະຖານປະທານໂຮ່ຈິມິນ ແລະ ພົບປະກັບຊາວຫວຽດນາມທີ່ອາໄສຢູ່ໃນບັນດາແຂວງໃກ້ຄຽງ. ທ່ານນາງຮອງປະທານປະເທດໄດ້ສະແດງຄວາມມ່ວນຊື່ນເມື່ອເຫັນວ່າ ນະຄອນ ພະນົມ ແລະ ບາງທ້ອງຖິ່ນທາງພາກກາງຫວຽດນາມ ໄດ້ມີການຮ່ວມມືຢ່າງດີງາມ ແລະ ນັບມື້ນັບຈະເລີນເຕີບໂຕ, ພ້ອມທັງຂອບໃຈເຈົ້າຄອງນະຄອນ ພ້ອມກັບອຳນາດການປົກຄອງນະຄອນ ພະນົມ ທີ່ໄດ້ໃຫ້ການຊ່ວຍເຫຼືອສ້າງບ້ານມິດຕະພາບຫວຽດນາມ - ໄທ, ໃນນັ້ນມີເຂດອະນຸສະຖານປະທານໂຮ່ຈິມິນຢູ່ບ້ານໄມ. ຕາມທ່ານນາງຮອງປະທານປະເທດແລ້ວ, ເລື່ອງກໍ່ສ້າງບ້ານມິດຕະພາບຫວຽດນາມ, ພິເສດແມ່ນເຂດອະນຸສະຖານປະທານໂຮ່ຈິມິນ ມີຄວາມໝາຍສຳຄັນຍິ່ງ, ບໍ່ພຽງແຕ່ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໄທ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນໄທ ກໍ່ຄືບັນດານັກທ່ອງທ່ຽວຕ່າງປະເທດມາຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ອີກດ້ວຍ.