(vovworld) - ຕອນຄໍ່າວັນທີ 25/06, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໄດ້ເຂົ້າຮ່ວມລາຍການ “ຮ່ວມແຮງຮ່ວມໃຈເພື່ອບັນເທົ່າເຈັບປວດຈາກທາດພິດສີສົ້ມ” ເຊິ່ງດຳເນີນໄປຢູ່ແຂວງຮ່ານາມ. ລາຍການເພື່ອແບ່ງປັບຄວາມເສຍຫາຍ, ປົ່ມດ້ອຍໃຫ້ບັນດາຄອບຄົວ, ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ພ້ອມທັງຮັບຮູ້, ເຊີດຊູບັນດາອົງການ, ສ່ວນບຸກຄົນທີ່ໄດ້ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ລາຍການກໍ່ຮຽກຮ້ອງໃຫ້ພະນັກງານ, ພາລະກອນ, ກຳລັງປະກອບອາວຸດ, ບັນດາອົງການ, ສ່ວນບຸກຄົນ ແລະ ປະຊາຊົນທຸກຊັ້ນວັນນະໃນແຂວງ, ບັນດາຊາວ ຮ່ານາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ຮ່ວມແຮງຮ່ວມໃຈເພື່ອບັນເທົ່າເຈັບປວດຈາກທາດພິດສີສົ້ມເພື່ອແບ່ງປັນ, ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃຫ້ບັນເທົ່າຄວາມທຸກຍາກ, ເຈັບປວດ ແລະ ບືນຕົວຂຶ້ນໃນຊີວິດ.