(VOVWORLD) -ວັນທີ 13 ສິງຫາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ມີການເຮັດວຽກຢູ່ແຂວງແທັງຮ໊ວາ.
ທ່ານນາງຮອງປະທານປະເທດໄດ້ມອບເງິນ 200 ລ້ານດົ່ງ
ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມຂອງແຂວງແທັງຮ໊ວາ
(ພາບ: dantri.com.vn)
|
ເມື່ອແບ່ງປັນບັນດາຄວາມເສຍຫາຍຂອງທ້ອງຖິ່ນພາຍຫຼັງຝົນຕົກ, ນ້ຳຖ້ວມ, ທ່ານນາງຮອງປະທານປະເທດ ໄດ້ຊີ້ນຳວ່າ, ໃນຊຸມມື້ຈະມາເຖິງການນຳແຂວງຄວນສືບຕໍ່ເອົາໃຈໃສ່, ຜັນຂະຫຍາຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ມີບັນດາມາດຕະການແກ້ໄຂເພື່ອຊ່ວຍໃຫ້ປະຊາຊົນຢູ່ເຂດຖືກນ້ຳຖ້ວມກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ, ສ້າງຕັ້ງພື້ນຖານໂຄງລ່າງຄືນໃໝ່, ພັດທະນາການຜະລິດ…
ກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງແຂວງແທັງຮ໊ວາ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ການປ່ຽນແປງ, ການພັດທະນາຢ່າງວ່ອງໄວຂອງແຂວງຜ່ານບັນດາກິດຈະກຳ, ພື້ນຖານໂຄງລ່າງ, ທາງຄົມມະນາຄົມ…
ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດໄດ້ມອບເງິນ 200 ລ້ານດົ່ງໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມຂອງແຂວງແທັງຮ໊ວາ ແລະ ມອບຂອງຂວັນຫຼາຍພູດໃຫ້ນັກຮຽນຢູ່ເຂດຖືກນ້ຳຖ້ວມເພື່ອຊື້ເຄື່ອງຂອງຮັບໃຊ້ການຮຽນ, ກະກຽມໃຫ້ສົກຮຽນໃໝ່.