ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບລັດຖະມົນຕີ ກະຊວງກະສິກຳ ແລະ ຊົນນະບົດ ອິດສຣາແອນ

ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບລັດຖະມົນຕີ ກະຊວງກະສິກຳ ແລະ ຊົນນະບົດ ອິດສຣາແອນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ
ຕ້ອນຮັບ​​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ຊົນນະບົດ ອິດສຣາ​ແອນ
(ພາບ: na.gov.vn)


(vovworld) - ວັນ​ທີ 31 ຕຸລາ, ທ່ີ​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ຊົນນະບົດ ອິດສຣາ​ແອນ Yair Shamir ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາ​ກຊຸກຍູ້​ການ​ພົວພັນ​ຫຼາຍ​ດ້ານ​ກັບ​ອິດສຣາ​ແອນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ​່ຖື​ວ່າ ຄວາມ​ສາມາດ​ບົມຊ້ອນ​ໃນ​ການ​ຮ່ວມ​ມື​ແມ່ນ​ຍັງ​ໃຫຍ່​ຫຼວງ​ຢູ່, ພິ​ເສດ​ໃນບັນດາ​ຂົງ​ເຂດວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ກະສິກຳ, ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ ​ແລະ ການ​ລົງທຶນ. ​ໃນ​ການ​ຮ່ວມ​ມື​ດ້ານລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້ 2 ຝ່າຍ ຄວນ​ສືບຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນບັນດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ