ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Warburg Pincus ຂອງ ອາເມລິກາ
(VOVWORLD) - ທີ່ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Warburg Pincus Timothy Geithner ໃນຕອນບ່າຍວັນທີ 20 ກັນຍາ,
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານTimothy Geithner |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບົດບາດຂອງບັນດານັກລົງທຶນຕ່າງປະເທດ ແລະ ໃຫ້ຮູ້ວ່າ: ຫວຽດນາມ ພວມຫັນບັນດາລັດວິສາຫະກິດເປັນຫຸ້ນສ່ວນ ແລະ ຫວັງວ່າ ຈະດຶງດູດນັກລົງທຶນຕ່າງປະເທດ ມາ ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດໃນບັນດາວິສາຫະກິດຫຸ້ນສ່ວນຂອງ ຫວຽດນາມ. ຫວຽດນາມ ຈະສືບຕໍ່ປະຕິຮູບຢ່າງແຂງແຮງກ່ວາອີກ ຮັກສາເສດຖະກິດມະຫາພາບເປັນປົກກະຕິ, ສ້າງເງື່ອນໄຂສະດວກໃຫ້ນັກລົງທຶນ ໃນນັ້ນ ມີນັກລົງທຶນ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ກຸ່ມບໍລິສັດ Warburg Pincus ຈະລົງທຶນຢູ່ ຫວຽດນາມ ຢ່າງສຳເລັດຜົນ. ລັດຖະບານ ຫວຽດນາມ ຍາວໃດກໍ່ຮັບຟັງຄຳເຫັນຈາກນັກລົງທຶນ ເພື່ອສືບຕໍ່ປົງແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.