ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງຢ້ຽມຢາມສະຫະລັດ ອາເມລິກາ ຢ່າງເປັນທາງການ

(VOVWORLD) - ຄ່ຳຄືນວັນທີ 28 ພຶດສະພາ (ຕາມເວລາທ້ອງຖິ່ນ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ໄປຢ້ຽມຢາມສະຫະລັດ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 29 – 31 ພຶດສະພາ 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງຢ້ຽມຢາມສະຫະລັດ ອາເມລິກາ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Donald Trump. ນີ້ແມ່ນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ໃນຖານະເປັນນາຍົກລັດຖະມົນຕີ ແລະ ກໍ່ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຂັ້ນສູງ ຫວຽດນາມ ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ນັບແຕ່ເມື່ອທັງ 2 ປະເທດມີຄະນະການນຳໃໝ່. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວິງ ໃຫ້ຮູ້ວ່າ:

        “ໃນເນື້ອໃນຈົດໝາຍເຊື້ອເຊີນຂອງທ່ານປະທານາທິບໍດີ Donald Trump ສົ່ງເຖິງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມາຢ້ຽມຢາມໃນຄັ້ງນີ້ ໄດ້ເນັ້ນໜັກຢ່າງຈະແຈ້ງວ່າ ແມ່ນຢາກຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດກ່ວາອີກ, ພ້ອມທັງ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອາເມລິກາ ໃນການຮ່ວມມືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການສະໜັບສະໜູນຈາກສະພາແຫ່ງຊາດ ແລະ 2 ພັກຂອງ ອາເມລິກາ ແລະ ການຢ້ຽມຢາມຄັ້ງນີ້ກໍ່ເຊັ່ນດຽວກັນ. ໃນບັນດາການພົບປະຂອງຂ້າພະເຈົ້າກັບສະພາແຫ່ງຊາດ ອາເມລິກາ, ເຂົາເຈົ້າລ້ວນແຕ່ສະແດງຄວາມປາດຖະໜາວ່າ ການຢ້ຽມຢາມຈະສ້າງທ່າພັດທະນາໃຫ້ການພົວພັນ 2 ປະເທດກ່ວາອີກ.

        ການຢ້ຽມຢາມອາເມລິກາຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງ ອາເມລິກາ ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງ ຫວຽດນາມ - ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຝ່າຍ, ຫັນເປັນຫລາຍຮູບຫລາຍແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ ແລະ ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ