ທ່ານນາຍົກລັດຖະມົນຕີລົງກວດກາສະພາບການແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ຢູ່ແຄ໋ງຮ່ວາ

(VOVWORLD) - ຕອນເຊົ້າວັນທີ 30 ພະຈິກ, ທີ່ແຂວງ ແຄ໋ງຮ່ວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ກໍ່ຂຶ້ນ.
ທ່ານນາຍົກລັດຖະມົນຕີລົງກວດກາສະພາບການແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ຢູ່ແຄ໋ງຮ່ວາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ລົງກວດກາສະພາບການແກ້ໄຂຄວາມເສຍຫາຍຈາກພະຍຸ Damrey ຢູ່ແຄ໋ງຮ່ວາ

Damrey ແມ່ນພະຍຸລູກໃຫຍ່ທີ່ພັດເຂົ້າພາກກາງທາງທິດໃຕ້ເມື່ອຕົ້ນເດືອນ ພະຈິກ ນີີ້, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ບັນດາແຂວງ, ໃນນັ້ນ ມີແຂວງ ແຄ໋ງຮ່ວາ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

        ແບ່ງເບົາກັບບັນດາຄວາມເສຍຫາຍຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳການນຳທ້ອງຖິ່ນຕ້ອງຮີບເຮັ່ງຊ່ວຍເຫຼືອປະຊາຊົນ ແລະ ບັນດາຫົວໜ່ວຍຜະລິດ ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິໂດຍໄວ, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານຈະມີບັນດາມາດຕະການໜູນຊ່ວຍຈຳເປັນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:

        “ດຽວນີ້ ຕ້ອງສຸມໃສ່ຟື້ນຟູບັນດາກະຊັງ, ບັນດາບ່ອນຖືກເປ່ເພ, ຈັດຕັ້ງການລ້ຽງຄືນໃໝ່ໃຫ້ເປັນປົກກະຕິ. ຕ້ອງມີກົນໄກ, ເປັນຕົ້ນແມ່ນບ້ວງສິນເຊື່ອ ເພື່ອໃຫ້ພໍ່ແມ່ປະຊາຊົນຟື້ນຟູ ອາຊີບຂອງຕົນຢ່າງວ່ອງໄວ, ອາຊີບທີ່ເປັນມູນເຊື້ອຂອງແຂວງ ແຄ໋ງຮ່ວາ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ປະຊາຊົນ.

        ແລະຕອນບ່າຍໃນວັນດຽວກັນ, ທີ່ນະຄອນ ຍາຈາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງ 2 ແຂວງ ແຄ໋ງຮ່ວາ ແລະ ຟູ໋ອຽນ ກ່ຽວກັບວຽກງານແກ້ໄຂຄວາມເສຍຫາຍຈາກພະຍຸ Damrey.

ຕອບກັບ

ຂ່າວ/ບົດ​ອື່ນ