ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຢ້ຽມຢາມຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງຢ້ຽມຢາມຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ​​ແຫ່ງສປປລາວ ທອງ​ສິງ​ທຳ​ມະ​ວົງ
(ພາບ: internet)


Vovworld-  ທ່ານ​ນາຍົກລັດຖະມົນຕີ​​ແຫ່ງສປປລາວ ທອງ​ສິງ​ທຳ​ມະ​ວົງ ຫາ​ກໍ​ທຳ​ການ​ຢ້ຽມຢາມ​ຍີ​່ປຸ່ນ. ​ໃນ​ເວລາ​ຢູ່​ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ​​ແຫ່ງສປປລາວ ທອງ​ສິງ​ທຳ​ມະ​ວົງ​ໄດ້​ມີ​ບັນດາ​ການ​ພົບ​ປະ​ກັບ​ປະທານ​ສະພາ​ສູງ ​ແລະ ສະພາ​ຕ່ຳ​ຍີ່ປຸ່ນ, ມີ​ການ​ເຈລະຈາ​ກັບ​ນາຍົກລັດຖະມົນຕີ​​ຍີ່ປຸ່ນ ກ່ຽວກັບບັນດາ​ບັນຫາ 2 ຝ່າຍ​ກໍ​ຄື​ຫຼາຍ​ຝ່າຍ​ທີ່ 2 ຝ່າຍ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາຍົກລັດຖະມົນຕີ​​ລາວ ທອງ​ສິງ​ທຳ​ມະ​ວົງຍັງ​ເຂົ້າ​ຮ່ວມ​ບາງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ ​ແລະ ສະມາຄົມ​ມິດຕະພາບ​ລາວ-ຍີ່ປຸ່ນ. ການ​ນຳ​ຂອງ 2 ປະ​ເທດ​ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງລາວ ​ແລະ ຍີ່ປຸ່ນ​​ໃນ​ໄລຍະ​ທີ່​ຜ່ານ​ມາ. ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ ທ່ານ​ນາຍົກລັດຖະມົນຕີ​​ແຫ່ງສປປລາວ ທອງ​ສິງ​ທຳ​ມະ​ວົງ​ຄັ້ງ​ນີ້ ​ໄດ້​ນຳ​ມາ​ເຊິ່ງ​ກາລະໂອກາດຮ່ວມ​ມື​ຈຳນວນ​ໜຶ່ງ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ສັນຍາ​ບາງ​ສະບັບ​ໄດ້​ຮັບ​ການ​ລົງ​ນາ​ມ.

ຂ່າວ/ບົດ​ອື່ນ