ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວັນ​ຝຸກ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ Viettel

(VOVWORLD) -  ຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຝຸກໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel)  (ຄືວັນທີ 1/6/1989-1/6/2019) ແລະ ມອບຫຼຽນໄຊເອກະລາດຊັ້ນ 1 ໃຫ້ແກ່ກຸ່ມບໍລິສັດດັ່ງກ່າວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວັນ​ຝຸກ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ Viettel - ảnh 1

 (ພາບ: TTXVN )

    ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນຊວັນຝຸກ ຕີລາຄາສູງຕໍ່ເລື່ອງ Viettel ມີຍຸດທະສາດການພັດທະນາຕາມສອງການກຳນົດທິດ: ໂທລະຄົມມະນາຄົມ, ລວມມີການສ້າງພື້ນຖານໂຄງລ່າງ, ເຊື່ອມຕໍ່ digital ແລະ ສ້າງທັງບັນດາພື້ນຖານຂອງສັງຄົມ digital ອີກດ້ວຍ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ແລະ ການປະກອບສ່ວນໃຫ້ແກ່ປະເທດຊາດນັ້ນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: ນີ້ແມ່ນການພິສູດໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບປະສິດທິຜົນ ແລະ ບົດບາດສຳຄັນຂອງລັດວິສາຫະກິດໃນຂົງເຂດສຳຄັນ, ສ້າງພື້ນຖານໃຫ້ແກ່ເສດຖະກິດສັງຄົມ, ທຳລາຍທັດສະນະທີ່ວ່າ: ລັດວິສາຫະກິດຍາກທີ່ຈະດຳເນີນທຸລະກິດບັນລຸປະສິດທິຜົນໄດ້. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນບົດຮຽນທີ່ວ່າ: ເຖິງວ່າວິສາຫະກິດຂຶ້ນກັບພາກສ່ວນເສດຖະກິດໃດກໍ່ຕາມ, ແຕ່ປັດໄຈມະນຸດ ແລະ ການບໍລິຫານຈະແມ່ນປັດໄຈນຳມາເຊິ່ງຜົນສຳເລັດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ