ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສະແດງຄວາມເສົ້າສະຫລົດໃຈເຖິງບັນດາຄອບຄົວໃນເຫດ 39 ຄົນຖືກເສຍຊີວິດຢູ່ອັງກິດ

(VOVWORLD) -ກອງປະຊຸມນັດສາມັນຂອງລັດຖະບານ ຊື່ງດຳເນີນໃນຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເສົ້າສະຫລົດໃຈເຖິງບັນດາຄອບຄົວມີຜູ້ຖືກເຄາະຮ້າຍໃນເຫດ 39 ຄົນເສຍຊີວິດ ຢູ່ ອັງກິດ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສະແດງຄວາມເສົ້າສະຫລົດໃຈເຖິງບັນດາຄອບຄົວໃນເຫດ 39 ຄົນຖືກເສຍຊີວິດຢູ່ອັງກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP) 

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານໄດ້ຊີ້ນຳໃຫ້ກະຊວງຕຳຫລວດ, ກະຊວງການຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງ ໄປຍັງ ອັງກິດ, ສົມທົບກັບບັນດາອົງການກ່ຽວຂ້ອງຂອງອັງກິດ ເພື່ອຢັ້ງຢືນຊື່ຂອງຜູ້ປະສົບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ປະຊາຊົນ ແລະ ເພື່ອນມິດສາກົນ ສະແດງຄວາມເສົ້າສະຫລົດໃຈຕໍ່ເຫດ 39 ຄົນຖືກເສຍຊີວິດ, ໃນນັ້ນ ມີ ຊາວ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ນີ້ແມ່ນການອົບພະຍົບຜິດກົດໝາຍ, ໂດຍມີການເຂົ້າຮ່ວມຂອງພວກການຄ້າມະນຸດ. ປະຈຸບັນ ຕຳຫລວດບັນດາທ້ອງຖິ່ນ ພວມເປີດການດຳເນີນຄະດີ, ຊອກຈັບພວກທີ່ມີສ່ວນກ່ຽວຂ້ອງ.

ທ່ານ ຮຽກຮ້ອງບັນດາທ້ອງຖິ່ນ ທີ່ມີຜູ້ປະສົບເຄາະຮ້າຍນັ້ນ ຈົ່ງຫນູນຊ່ວຍເຂົາເຈົ້າ, ລະດົມກຳລັງໃຈຢ່າງທັນການ ພ້ອມທັງສົມທົບກັບບັນດາອົງການກ່ຽວຂ້ອງ ແກ້ໄຂເຫດດັ່ງກ່າວຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ