ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມສູ້ຊົນກາຍເປັນ“ເສືອເສດຖະກິດໃຫມ່ຂອງອາຊີ”

(VOVWORLD) -ໃນຂອບເຂດເວທີປາໄສເສດຖະກິດຫວຽດນາມປີ 2018, ຕອນບ່າຍວັນທີ 11 ມັງກອນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ກ່າວຄຳປາໄສ ແລະ ມີການໂອ້ລົມສົນທະນາກັບບັນດາຜູ້ແທນເຂົ້າຮ່ວມເຫດການນີ້. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມສູ້ຊົນກາຍເປັນ“ເສືອເສດຖະກິດໃຫມ່ຂອງອາຊີ” - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເນັ້ນຫນັກວ່າ ຫວຽດນາມ ຄວນຢືດໝັ້ນຮູບແບບການເຕີບໂຕໃຫມ່ ໂດຍອີງໃສ່ພື້ນຖານ ສະມັດຕະພາບ ແລະ ການປ່ຽນໃຫມ່ທີ່ມີຫົວຄິດປະດິດສ້າງ, ຄວນມີການກະທຳລະອຽດ, ຍາດແຍ່ງກາລະໂອກາດຢ່າງສຸດຂີດ, ຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍບັນດາແຫ່ງກຳລັງຂອງພື້ນຖານເສດຖະກິດ ເພື່ອສູ້ຊົນກາຍເປັນ “ເສືອເສດຖະກິດໃຫມ່”ຂອງ ອາຊີ.

ເມື່ອຕອບຄຳຖາມກ່ຽວກັບບັນດາມາດຕະການ ແລະ ລັດຖະນະໂຍບາຍຂອງລັດຖະບານ ເພື່ອເພີ່ມທະວີຄວາມສາມາດຮັບມືກັບຜົນກະທົບຈາກພາຍນອກ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ທີຫນຶ່ງ ພວກເຮົາຕ້ອງຍົກສູງສະມັດຕະພາບແຮງງານ, ນຳໃຊ້ບັນດາມາດຕະການວິທະຍາສາດເຕັກໂນໂລຊີ, ສ້າງພື້ນຖານເສດຖະກິດຄືນໃຫມ່ຢ່າງແຮງຈາກແຕ່ລະຂັ້ນ, ແຕ່ລະຂະແຫນງການ, ແຕ່ລະວິສາຫະກິດ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ, ທ້ອງຖິ່ນ, ຜະລິດຕະພັນ.”

ຕອບກັບ

ຂ່າວ/ບົດ​ອື່ນ