ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກັບບັນດາແຂວງຢູ່ເຂດໄຕງວຽນ


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກັບບັນດາແຂວງຢູ່ເຂດໄຕງວຽນ - ảnh 1​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກເປັນ​ປະ​ທານກອງ​ປະ​ຊຸມ​ກັບ
​​ການ​ນຳ​ບັນ​ດາແຂວງຢູ່​ເຂດ​ໄຕ​ງວຽນ
ພາບ:nhandan.com


(vovworld)- ​ຕອນ​ບ່າຍ​ວັນ​ທີ 20/6, ຢູ່ ແຂວງ ດັກ​ລັກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ບັນ​ດາ​ແຂວງ​ຢູ່​ເຂດ​ໄຕ​ງວຽນ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ສັງ​ຄົມ ແລະ ຮັບ​ປະ​ກັນ​​ການ​ປ້ອງ​ກັນ​ຊາດ,  ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ເຂດ​ໄຕ​ງວຽນ. 

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ສຳ​ລັບ​ເຂດ​ໄຕ​ງວຽນແລ້ວ, ນ້ຳ ແລະ ປ່າ ແມ່ນ​ບັນ​ຫາ​ສຳ​ຄັນ. ໄຕ​ງວຽນ ຕ້ອງ​ຮັກ​ສາ ແລະ ພັດ​ທະ​ນາ​ປ່າ, ແກ້​ໄຂ​ສະ​ພາບ​ທຳ​ລາຍ​ປ່າ​ຢ່າງ​ຮ້າຍ​ແຮງໃຫ້​ເຂັ້ມ​ງວດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ໃສ່​ໃຈ​ບັນ​ດາ​ແຂວງ ໄຕ​ງວຽນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫາ​ທີ່​ດິນ​ຕິດ​ພັນ​ກັບ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ຮຽກ​ຮ້ອງ ຄວນ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ທາງ​ດ້ານ​ສາ​ສະ​ຫນາ, ຄວາມ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ​ຢູ່​ທ້ອງ​ຖິ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ບັນ​ດາ​ແຂວງ ໄຕ​ງວຽນ ຕ້ອງ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ວິ​ສາ​ຫະ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ