ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມຄະນະປະຈຳການລັດຖະບານ

(VOVWORLD) -ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ ຕ້ອງສຸມໃສ່ເຂົ້າບັນດາມາດຕະການແກ້ໄຂຈຸດສຸມ, ສ້າງຈຸດພົ້ນເດັ່ນໃນວຽກງານຊີ້ນຳ, ບໍລິຫານ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມຄະນະປະຈຳການລັດຖະບານ - ảnh 1 ກອງປະຊຸມຂອງຄະນະປະຈຳການລັດຖະບານ

(ພາບ: TTXVN)

ຕອນບ່າຍວັນທີ 29 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳການລັດຖະບານ ກັບບາງກະຊວງ, ຂະແໜງການກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຕົ້ນຕໍຂອງການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ການຂຶ້ນແຜນງົບປະມານແຫ່ງລັດປີ 2020 (ຮ່າງມະຕິເລກທີ 01).

        ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງຮ່າງມະຕິໃຫ້ສຳເລັດ ດ້ວຍຄຸນນະພາບສູງ, ຍົກອອກບັນດາບັນຫາຈຳເປັນຂອງປີ 2020, ຍື່ນສະເໜີຕໍ່ລັດຖະບານທີ່ກອງປະຊຸມນັດສາມັນຄັ້ງຈະມາເຖິງ. ກ່ຽວກັບເນື້ອໃນຂອງມະຕິ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ ຕ້ອງສຸມໃສ່ເຂົ້າບັນດາມາດຕະການແກ້ໄຂຈຸດສຸມ, ສ້າງຈຸດພົ້ນເດັ່ນໃນວຽກງານຊີ້ນຳ, ບໍລິຫານ. ບັນດາມາດຕະການແກ້ໄຂຕ້ອງຮັບປະກັນການຮັກສາພື້ນຖານເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນໄພເງິນເຟີ້ບໍ່ໃຫ້ເກີນ 4%, ຊຸກຍູ້ການປ່ອຍທຶນບັນດາແຫຼ່ງເງິນລົງທຶນຕ່າງໆ…

ຕອບກັບ

ຂ່າວ/ບົດ​ອື່ນ