ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະກັບບັນດາກຸ່ມບໍລິສັດພາກເອກະຊົນກ່ຽວກັບນະໂຍບາຍ

(VOVWORLD) -ການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດພາກເອກະຊົນກ່ຽວກັບນະໂຍບາຍ ໄດ້ດຳເນີນໃນຕອນເຊົ້າວັນທີ 30 ກັນຍາ ຢູ່ ຮ່າໂນ້ຍ ດ້ວຍຫົວຂໍ້ “ລັດຖະບານ ແລະ ບັນດາກຸ່ມບໍລິສັດພາກເອກະຊົນພ້ອມກັນຮ່ວມເດີນທາງເພື່ອພັດທະນາເສດຖະກິດ”. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະກັບບັນດາກຸ່ມບໍລິສັດພາກເອກະຊົນກ່ຽວກັບນະໂຍບາຍ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະກັບບັນດາກຸ່ມບໍລິສັດພາກເອກະຊົນ

ພາບ:Vietnam+

ນີ້ແມ່ນໂອກາດເພື່ອໃຫ້ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ ຮັບຟັງບັນດາຂໍ້ຕິດຂັດ ຊື່ງວິສາຫະກິດພາກເອກະຊົນ ພວມປະສົບ, ບັນດາບັນຫາວາງອອກໃນການຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 5 (ຊຸດທີ 12) ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຖືວ່າ ຜົນສຳເລັດຂອງເສດຖະກິດພາກເອກະຊົນເມື່ອທຽບໃສ່ຊຸມປີກ່ອນນີ້ແມ່ນໃຫຍ່ຫລວງ. ປະຈຸບັນ ຢູ່ຫວຽດນາມ, ໃນຍອດຈຳນວນວິສາຫະກິດ ເກືອຍ 500.000 ແຫ່ງນັ້ນ, ວິສາຫະກິດພາກເອກະຊົນກວມເອົາເຖິງ 96,7 %. ເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງແຮງກວ່າ, ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ຕ້ອງຊອກຫາຂໍ້ຕັດຂັດ ແລະ ມີມາດຕະການແກ້ໄຂ.

        “ຫວຽດນາມ ພວມປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 12 ກ່ຽວກັບເສດຖະກິດພາກເອກະຊົນ. ສະນັ້ນ ສຽງເວົ້າຂອງວິສາຫະກິດພາກເອກະຊົນຈະປະກອບສ່ວນແກ້ໄຂບັນດາບັນຫາວາງອອກຂອງປະເທດຊາດ. ພວກຂ້າພະເຈົ້າຢາກຮັບຟັງຄຳເຫັນຈາກບັນດາວິສາຫະກິດ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ສ້າງກອບກົດໝາຍ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີສຸດໃຫ້ວິສາຫະກິດພາກເອກະຊົນ ຫວຽດນາມ ພັດທະນາຢ່າງຖືກທິດ, ນັບມື້ນັບມີຫລາຍກຸ່ມບໍລິສັດພາກເອກະຊົນເຕີບໃຫຍ່.”

ປະຈຸບັນ ບັນດາວິສາຫະກິດພາກເອກະຊົນຫວຽດນາມພວມປະກອບສ່ວນກວ່າ 43% ໃຫ້ແກ່ GDP ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ