ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຕ້ອນຮັບຮອງທ່ານຮອງນາຍົກລັດຖະມົນລາວສົມດີດວງດີ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບ ທ່ານ ສົມດີ ດວງດີ
(vovworld)- ຕອນບ່າຍ ວັນທີ 4/8, ທີ່ການຕ້ອນຮັບ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການເງິນລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ. ເນັ້ນໜັກວ່າ: ຄວາມສາມາດບົ່ມຊ້ອນດ້ານການຮ່ວມມື ລະຫວ່າງ ສອງປະເທດຍັງຫຼວງຫຼາຍ, ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ລັດຖະບານລາວ ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ທຳມາຫາກິນ ຢູ່ລາວ ໃຫ້ໄດ້ຮັບການຜັນຂະຫຍາຍຢ່າງໄວ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງລາວ, ເປັນຕົ້ນແມ່ນໜູນຊ່ວຍດ້ານພາສີ, ຄ່າທຳນຽມ… ລັດຖະບານກໍ່ຈະໜູນຊ່ວຍບັນດາວິສາຫະກິດຫວຽດນາມລົງທຶນ, ດຳເນີນທຸລະກິດ ຢູ່ລາວ ຢ່າງຕັ້ງໜ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຖືວ່າ ສອງຝ່າຍຈຳເປັນຕ້ອງມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄົງຄ້າງທຸກຢ່າງ ເພື່ອຊຸກຍູ້ການເຕີບໂຕວົງເງິນການຄ້າ ສອງຝ່າຍ ຫວຽດນາມ-ລາວ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ຫວຽດນາມຕີລາຄາສູງ ຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງກະຊວງການເງິນ ທີ່ບັນລຸໄດ້ ໃນການຢ້ຽມຢາມ ຫວຽດນາມໃນຄັ້ງນີ້ ຂອງຄະນະຜູ້ແທນລາວ; ພ້ອມທັງ ສະເໜີ ສອງຝ່າຍສ້າງແຜນການຮ່ວມມືທຸກປີ, ເປັນຕົ້ນແມ່ນກ່ຽວກັບດ້ານນະໂຍບາຍການເງິນ.